ເລີ່ມປະຕິບັດ Brexit: ວິວັດທະນາການຫຍຸ້ງຍາກສຳລັບທັງ ອັງກິດ ແລະ ອີຢູ
30/03/2017 09:41
(vovworld)- ວັນທີ 28/3 ໄດ້ເປັນຂີດໝາຍໃນປະຫວັດສາດແຫ່ງການພົວພັນ ລະຫວ່າງ ອັງກິດ ແລະ ອີຢູ (EU) ເມື່ອທ່ານນາຍົກລັດຖະມົນຕີ ອັງກີດ

(vovworld)- ວັນທີ 28/3 ໄດ້ເປັນຂີດໝາຍໃນປະຫວັດສາດແຫ່ງການພົວພັນ ລະຫວ່າງ ອັງກິດ ແລະ ອີຢູ (EU) ເມື່ອທ່ານນາຍົກລັດຖະມົນຕີ ອັງກີດ Theresa May ໄດ້ລົງນາມໃນເອກະສານເລີ່ມປະຕິບັດວິວັດການ ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ ພາຍຫລັງ 44 ປີສະຫນິດຕິດພັນກັບກຸ່ມນີ້. ເຖິງຢ່າງໃດກໍຕາມ, Brexit ແມ່ນວິວັດທະນາການສັບສົນ ແລະ ອາດຈະແກ່ຍາວເຖິງ 2 ປີ ດ້ວຍການເຈລະຈາຫລາຍຄັ້ງທີ່ຫຍຸ້ງຍາກພວມລໍຖ້າ ອັງກິດ ແລະ ອີຢູ. ສອງຝ່າຍລ້ວນແຕ່ບໍ່ຢາກສິ້ນສຸດບັນດາການເຈລະຈາແຕ່ບໍ່ໄດ້ບັນລຸໝາກຜົນຫຍັງ ແຕ່ສິ່ງນີ້ບໍ່ແມ່ນເລື່ອງງ່າຍດາຍ ເມື່ອທັງ ອັງກິດ ແລະ ອີຢູ ຍັງມີຫລາຍທັດສະນະທີ່ແຕກຕ່າງກັນ.
TAG
(vovworld)- Brexit. ສະມາຊິກ ອີຢູ
Related








