VOV WorldVOV World
ເລື່ອງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ
30/12/2016 17:00
ເຫດ​ການ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ​ເມື່ອ​ເດືອນ 7/1995 ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ກະ​ທຳ​ໃນ​ວິ​ວັດ​ແຫ່ງ ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ. ຮອດ​ປີ 1996, ຫວຽດ​ນາມ​ສືບ​ຕໍ່​ເຂົ້າ​ຮ່ວມການ​ກໍ່​​ຕັ້ງ ແລະ ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ - ເອີ​ລົບ (ASEM). ປີ 1998, ຫວຽດ​ນາມ ໄດ້​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ປີ​ຊີ​ຟິກ (APEC)
ເລື່ອງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ
(vovworld) - ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ ຫວຽດ​ນາມ ດຳ​ເນີນໄປ​ພ້ອມ​ກັບວິ​ວັດ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເມື່ອ​ປີ 1986. ໃນສາມ​ທົດ​ສະ​ວັດ​ຜ່ານ​ມາ, ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ໄດ້​ຜ່ານຫຼາຍ​ໄລ​ຍະ. ໃນ​ເບື້ອງ​ຕົ້ນແມ່ນ “ເປີດກວ້າງ​ການ​ຮ່ວມ​ມື”, ແລ້ວ​ຫັນ​ເປັນ “ເຊື່ອມ​ໂຍງ​ເສດ​ຖະ​ກິດ​ກັບ​ສາ​ກົນ”, ກ້າວ​ໄປ​ເຖິງ “ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ”, “ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ” ແລະ ປະ​ຈຸ​ບັນ​ແມ່ນ “ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”.
TAG
vov/vovworld/ຫວຽດນາມ