ເພີ່ມຄວາມເຄັ່ງຕຶງລະຫວ່າງ ອິນເດຍ-ປາກີສະຖານ
09/05/2025 09:56
(VOVWORLD) - ໃນຊຸມວັນທີ່ຜ່ານມາ, ຄວາມເຄັ່ງຕຶງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ ອາຊີໃຕ້ ຄື ອິນເດຍ ແລະ ປາກີສະຖານ ໄດ້ເພີ່ມຂຶ້ນ ຂະນະທີ່ສອງຝ່າຍໄດ້ດຳເນີນບັນດາການກະທຳດ້ານການທະຫານທີ່ຮ້າຍແຮງໃນຫຼາຍທົດສະວັດທີ່ຜ່ານມາ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນໃນປະຊາຄົມໂລກ.

ຮຸ່ງເຊົ້າວັນທີ 7 ພຶດສະພາ, ທະຫານ ອິນເດຍ ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາສະຖານທີ່ຢູ່ເຂດດິນແດນ Kashmir ໂດຍ ປາກີສະຖານ ຄວບຄຸມ ແລະ ແຂວງ Punjab ຂອງ ປາກີສະຖານ ດ້ວຍເຫດຜົນໂຕ້ຕອບຄືນເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 22 ເມສາ ຜ່ານມາຢູ່ນະຄອນ Pahalgam, ລັດ Jammu&Kashmir (ອິນເດຍ) ຊື່ງໄດ້ເຮັດໃຫ້ 26 ຄົນເສຍຊີວິດ.
TAG
VOV/VOVworld/ເພີ່ມຄວາມເຄັ່ງຕຶງລະຫວ່າງ ອິນເດຍ-ປາກີສະຖານ/ເຂດດິນແດນ Kashmir/ທ່ານ Walter Ladwig ຜູ້ຊ່ຽວຊານຂອງໂຮງຮຽນ King’s College/ນະຄອນ Pahalgam/ລັດ Jammu&Kashmir/ທ່ານ Shashank Joshi/
Related








