VOV WorldVOV World
ເພີ່ມສະມັດຕະພາບແຮງງານ - ໄມ້ງັດໃຫ້ການພັດທະນາແບບຍືນຍົງ
13/12/2017 09:08
(VOVWORLD) - ນັບແຕ່ປີ 2010, ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງ. ຜົນງານແຫ່ງການພັດທະນານີ້ ພ້ອມທັງວາງອອກໃຫ້ ຫວຽດນາມ ບັນດາສິ່ງທ້າທາຍໃໝ່, ນັ້ນແມ່ນ ຜ່ານຜ່າລະດັບລາຍຮັບປານກາງ ຊຶ່ງຫລາຍປະເທດໄດ້ປະສົບ, ພ້ອມທັງຫຼີກລ້ຽງໄພຖອຍຫລັງ.
ເພີ່ມສະມັດຕະພາບແຮງງານ - ໄມ້ງັດໃຫ້ການພັດທະນາແບບຍືນຍົງ
ປີໃດກໍ່ເຊັ່ນດຽວກັນ, ຮອດຊ່ວງເວລາຊຸມເດືອນທ້າຍປີແມ່ນໂອກາດ ເພື່ອໃຫ້ລັດຖະບານ ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ ພ້ອມກັນພົບສົນທະນານະໂຍບາຍ, ແນໃສ່ຍົກອອກບັນດາຂໍ້ສະເໜີແນະນະໂຍບາຍໃຫ້ເໝາະສົມກັບການພັດທະນາຂອງ ຫວຽດນາມ. ທີ່ເວທີປາໄສພັດທະນາ ຫວຽດນາມ ປີນີ້ (VDF2017) ເຊິ່ງດຳເນີນໃນວັນທີ 13 ທັນວາ, ບັນຫາຊຶ່ງບັນດາຝ່າຍສຸມໃສ່ສົນທະນານັ້ນ ແມ່ນສະພາບຕົວຈິງ ແລະ ມາດຕະການໃຫ້ການເພີ່ມສະມັດຕະພາບແຮງງານຢູ່ ຫວຽດນາມ, ປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ພັດທະນາ. ບົດຂຽນຂອງນັກຂ່າວ ເລເຟືອງ.   ເວທີປາໄສພັດທະນາ ຫວຽດນາມ (VDF2017) ພາບ: TTXVN         ນັບແຕ່ປີ 2010, ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງ. ຜົນງານແຫ່ງການພັດທະນານີ້ ພ້ອມທັງວາງອອກໃຫ້ ຫວຽດນາມ ບັນດາສິ່ງທ້າທາຍໃໝ່, ນັ້ນແມ່ນ ຜ່ານຜ່າລະດັບລາຍຮັບປານກາງ ຊຶ່ງຫລາຍປະເທດໄດ້ປະສົບ, ພ້ອມທັງຫຼີກລ້ຽງໄພຖອຍຫລັງ. ໃນສະພາບການປັດຈຸບັນ, ເປັນຕົ້ນແມ່ນການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາເຊິ່ງກາລະໂອກາດຫລາຍຢ່າງໃຫ້ ຫວຽດນາມ ພ້ອມທັງວາງອອກສິ່ງທ້າທາຍໃຫ້ ຫວຽດນາມ, ດັ່ງນັ້ນ ການເພີ່ມສະມັດຕະພາບຕົ້ນຕໍແມ່ນລູກກະແຈ ນຳ ຫວຽດນາມ ໄປສູ່ການເຕີບໂຕແບບຍືນຍົງ.
TAG
VOV/VOVworld/ສະມັດຕະພາບແຮງງານ