ເພີ່ມທະວີການພົວພັນມິດຕະພາບຖານບ້ານໃກ້ເຮືອງຄຽງຫວຽດນາມ-ຈີນ
12/01/2017 07:39
(vovworld) – ວັນທີ 12/01, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ ເປັນເວລາ 4 ວັນ.

(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈີນ ສີຈີ້ນຜິງ, ວັນທີ 12/01, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເລີ່ມຕົ້ນການຢ້ຽມຢາມສປ.ຈີນ ຢ່າງເປັນທາງການ ເປັນເວລາ 4 ວັນ. ການຢ້ຽມຢາມເພື່ອແນໃສ່ສືບຕໍນຳການພົວພັນລະຫວ່າງຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໃສ, ສະຖຽນລະພາບ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ຄວາມວັດທະນາຖາວອນຂອງພາກພື້ຶ້ນ ແລະ ໂລກ.
TAG
vovworld/vov/ການພົວພັນ
Related








