VOV WorldVOV World
ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມເຕີມກຳລັງໜູນໃຫ້ການເຕີບໂຕເສດຖະກິດ
05/07/2018 10:13
(VOVWORLD) -ປະຊາຄົມວິສາຫະກິດຫວຽດນາມ, ລວມທັງວິສາຫະກິດພາຍໃນ ແລະ ຕ່າງປະເທດ ພວມນັບມື້ນັບເຕີບໃຫຍ່, ຂະຫຍາຍຕົວທັງດ້ານປະລິມານ, ຄຸນນະພາບ ແລະ ແມ່ນກຳລັງໜູນສຳຄັນປະກອບສ່ວນນຳພື້ນຖານເສດຖະກິດຂອງຫວຽດນາມ ສືບຕໍ່ເຕີບໂຕຢູ່ໃນລະດັບ ສູງໃນໄລຍະຜ່ານມາ.
ເພີ່ມທະວີການຮ່ວມສຳພັນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມເຕີມກຳລັງໜູນໃຫ້ການເຕີບໂຕເສດຖະກິດ
ເຖິງຢ່າງໃດກໍຕາມ, ຄວາມສາມາດໃນການຮ່ວມສຳພັນລະຫວ່າງ 02 ກຸ່ມວິສາຫະກິດດັ່ງກ່າວ ຍັງຄົງມີຂໍ້ຈຳກັດ. ເພື່ອໃຫ້ມີພື້ນຖານເສດຖະກິດ ທີ່ມີກຳລັງພຽງພໍ ເຂົ້າຮ່ວມບັນດາລະບົບມູນຄ່າຂອງພາກພື້ນ ແລະ ໂລກນັ້ນ, ວິສາຫະກິດທັງຢູ່ພາຍໃນ ແລະ ວິສາຫະກິດຕ່າງປະເທດ ຄວນມີການພັດທະນາຢ່າງສະໝ່ຳສະເໝີ.         ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ປັດຈຸບັນ ໄດ້ມີ 128 ປະເທດ ແລະເຂດແຄວ້ນ ລົງທຶນເຂົ້າຫວຽດນາມ ດ້ວຍຈຳນວນໂຄງການ FDI ປະມານ 26.000 ໂຄງການ, ຍອດທຶນຈົດທະບຽນ ແມ່ນ 326 ຕື້ USD. ກຸ່ມວິສາຫະກິດ FDI ນັບມື້ນັບ ໄດ້ຢັ້ງຢືນບົດບາດສຳຄັນໃນພື້ນຖານເສດຖະກິດຂອງຫວຽດນາມ, ປະກອບສ່ວນປະມານ 25% ເງິນລົງທຶນທົ່ວສັງຄົມ ແລະ ປະມານ 20% GDP, ປະກອບສ່ວນ 72,6% ຍອດວົງເງິນສົ່ງອອກ, ສ້າງວຽກເຮັດງານທຳໂດຍກົງ ໃຫ້ຜູ້ອອກແຮງງານ 3,6 ລ້ານຄົນ ແລະ ຜູ້ອອກແຮງງານທາງອ້ອມ 5 – 6 ລ້ານຄົນ.
TAG
VOV/VOVworld/ວິ​ສາ​ຫະ​ກິດ FDI/ບາດ​ກ້າວ​ຫັນ​ປ່ຽນ/ກໍ​າ​ລັງ​ໜູນ/ເປັນ​ເຈ​ົ້າ​ຕົນ​ເອງ

More