ເພີ່ມທະວີລະບຽບວິໄນພັກເພື່ອເພີ່ມທະວີກຳລັງແຮງພາຍໃນພັກ
17/02/2017 10:00
ລະບຽບວິໄນແມ່ນປັດໄຈສຳຄັນ, ຮັບປະກັນໃຫ້ແກ່ການຄົງຕົວ, ເຕື່ອນໄຫວ ແລະ ພັດທະນາຂອງພັກກອມມູນິດຫວຽດນາມໃນໄລຍະທາງແຫ່ງການພັດທະນາເປັນເວລາກວ່າ 80 ປີທີ່ຜ່ານມາ

ລະບຽບວິໄນແມ່ນປັດໄຈສຳຄັນ, ຮັບປະກັນໃຫ້ແກ່ການຄົງຕົວ, ເຕື່ອນໄຫວ ແລະ ພັດທະນາຂອງພັກກອມມູນິດຫວຽດນາມໃນໄລຍະທາງແຫ່ງການພັດທະນາເປັນເວລາກວ່າ 80 ປີທີ່ຜ່ານມາ. ໃນກິດຈະການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ຂະນະທີ່ ພັກກອມມູນິດຫວຽດນາມປ່ຽນແປງໃໝ່ເອງ, ປັບປຸງເອງ, ເພີ່ມທະວີລະບຽບວິໄນພາຍໃນພັກເພື່ອຮັບປະກັນການກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງນັ້ນ, ບັນຫານີ້ ນັບມື້ນັບໄດ້ຮັບຖືເປັນສຳຄັນ ແລະ ເພີ່ມທະວີ. ພົນໂທ ຫງວຽນວັນຣິງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ ດີໂອຊິນຫວຽດນາມ ລະບຽບວິໄນຂອງພັກແມ່ນ ລະບຽບວິໄນໂດຍອີງໃສ່ນ້ຳໃຈຖານສະຫາຍອ້າຍນ້ອງ, ລະບຽບວິໄນຂອງບັນດາຜູ້ຮ່ວມອຸດົມການ, ສະໝັກໃຈເປັນສະມາຊິກພັກ, ພ້ອມແລ້ວເສຍສະຫຼະທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຂອງຊາດ. ສະມາຊິກພັກທຸກໆຄົນ ແລະ ອົງການຈັດຕັ້ງພັກຮ່ວມສຳພັນນຳກັນຕາມລະບຽບວິໄນຮ່ວມໂດຍອີງໃສ່ຫຼັກການລວມສູນປະຊາທິປະໄຕ, ເປັນເອກະພາບຢ່າງແໜ້ນແຟ້ນທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ ຊຶ່ງຖືກສະແດງໃຫ້ເຫັນແບບລວມສູນຜ່ານບັນດາຂໍ້ມາດຕາຂອງກົດລະບຽບພັກ. ລະບຽບວິໄນພັກແມ່ນເລີ່ມມາຈາກເຈດຈຳນົງຂອງທົ່ວພັກ ແນໃສ່ຮັບປະກັນ ຄວາມເປັນເອກະພາບ, ລັກສະນະລວມສູນຢ່າງສູງໃນພັກ. ພ້ອມກັນນັ້ນ ກໍເພື່ອເສີມຂະຫຍາຍປະຊຳທິປະໄຕ, ລັກສະນະຕັ້ງໜ້າ ແລະ ຫົວຄິດປະດິດສ້າງຂອງສະມາຊິກພັກ ແລະ ອົງການຈັດຕັ້ງພັກທັງໝົດ.
TAG
vovworld/ລະບຽບວິໄນ
Related








