VOV WorldVOV World
ເພື່ອອາຊຽນ: ປະຊາຄົມຫນຶ່ງດຽວ, ທິດກ້າວເດີນຮ່ວມ
09/07/2012 08:21
ວັນ​ທີ 9/7, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​​ໄປເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ຊຽນ ຄັ້ງ​ທີ 45
ເພື່ອອາຊຽນ: ປະຊາຄົມຫນຶ່ງດຽວ, ທິດກ້າວເດີນຮ່ວມ
(vovworld) - ວັນ​ທີ 9/7, ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ນຳ​ຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​​ໄປເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ຊຽນ ຄັ້ງ​ທີ 45 (AMM - 45) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຊຶ່ງລວມມີ: ກອງ​ປະ​ຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນຄັ້ງ​ທີ 19 (ARF - 19) ຢູ່​ນະຄອນຫລວງ​ພະນົມ​ເປັນ​ປະ​ເທດ ກຳປູ​ເຈຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ AMM - 45 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ເພື່ອ​ປັບປຸງ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​​ໃນ ອາ​ຊຽນ,​​ເ​ພີ່​ມທະວີ​ບົດບາດ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ ອາ​ຊຽນ ທີ່​ມີ​ຕໍ່​ສັນຕິພາບ, ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ; ຮັກສາ​ບົດບາດ​ເປັນ​ເຈົ້າ​ການຂອງ ອາຊຽນ ​ໃນ​ສະພາບ​ການ​ໃຫມ່; ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື, ພ້ອມ​ກັນ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ຢູ່​ພາກ​ພື້ນ ພ້ອມ​ກັນ​ນັ້ນ ປະກອບສ່ວນ​ຍົກ​ສູງ​ ທີ່​ຕັ້ງ​ບົດບາດ ຂອງ​ຫວຽດນາມກວ່າ​ອີກ.   ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ  AMM 45 ພາບ: internet         ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ປະຈຳ​ປີ​ທີ່ສຳຄັນ​ຂອງ​ພາກ​ພື້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວຫນ້າ​ຄະນະ​ຜູ້​ແທນມາ​ຈາກ 27 ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ. ຈຸດ​ສຸມ​ຂອງ​ບັນດາ​ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ສຸມ​​ໃສ່​ການສຳ​ຫລວດສະພາບ​ການ​ຮ່ວມ​ມື ອາ​ຊຽນ, ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ທິດ​ທາງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ໃນ​ໄລຍະ​ຈະ​ມາ​ເຖິງ; ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາສາກົນ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເປັນ​ຕົ້ນ​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ສັນຕິພາບ​, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ.         ຕໍ່ຫນ້າ​ການ​ຜັນ​​ແປ​ອັນສັບ​ສົນຂອງ​ໂລກ, ຂອງ​ພາກ​ພື້ນ;  ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ລ້ວນ​ແຕ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຕັ້ງ​ຄວາ​ມຫວັງ​ຕໍ່ສະພາບ​​ແວດ​ລ້ອມ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພ້ອມ​ກັນ​ພັດທະນາ. ​ເພາະສະ​ນັ້ນ ດ້ວຍ​ເນື້ອ​ໃນ​ຈິດ​ໃຈ​ລວມຂອງ​ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ​ອາ​ຊຽນຄວນ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ລວມຢູ່​ພາກ​ພື້ນ. ຕາມ​ທ່ານ Pham Binh Minh ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​ແລ້ວ, ​ໃນ​ໄລະຍະ​ປະຈຸ​ບັນ, ອາ​ຊຽນ ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຕັດສິນ​ໃຈ​ຍູ້​ແຮງ​ການ​ປະຕິບັດ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ປະກົດ​ຜົນ​​ເປັນ​ຈິງ.        
TAG
ລັດຖະມົນຕີ ອາຊຽນ