VOV WorldVOV World
ເພື່ອຄວາມ​ປອດ​ໄພ​ ແລະ ຍືນ​ຍົງ​ທາງ​ໄຊ​ເບີ
16/10/2025 13:30
(VOVWORLD) - ຢູ່ ຫວຽດນາມ, ການສ້າງ ແລະ ປັບປຸງຂອບນິຕິກຳໃໝ່ໃຫ້ສົມບູນແບບ ເພື່ອຄຸ້ມຄອງ, ດັດປັບ ແລະ ປ້ອງກັນຄວາມໝັ້ນຄົງທາງໄຊເບີນັ້ນ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແນໃສ່ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ໂປ່ງໃສເຂັ້ມແຂງ ແລະ ຍືນຍົງ. ໃນສະພາບການຫັນເປັນໂລກາພິວັດ ແລະ ຫັນເປັນດີຈີຕອນ, ໄຊເບີບໍ່ມີພົມແດນ, ໄປຄຽງຄູ່ກັບການປັບປຸງຂອບກົດໝາຍໃຫ້ສົມບູນແບບຢູ່ພາຍໃນປະເທດ, ຫວຽດນາມ ໄດ້ເປີດກວ້າງການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງກົດສາກົນວ່າດ້ວຍໄຊເບີ, ອີງໃສ່ຫຼັກການເຄົາລົບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.
ເພື່ອຄວາມ​ປອດ​ໄພ​ ແລະ ຍືນ​ຍົງ​ທາງ​ໄຊ​ເບີ
ໃນສັງກາດດີຈີຕອນ, ໄຊເບີ ໄດ້ເປີດໂອກາດພັດທະນາແບບບໍ່ເຄີຍມີມາກ່ອນ, ແຕ່ກໍຊ້ອນແຝງຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຂ້າມຊາຍແດນ. ເພາະສະນັ້ນ, ການຮ່ວມມືສາກົນກ່ຽວກັບຄວາມປອດໄພທາງໄຊເບີ ບໍ່ພຽງແຕ່ແມ່ນຄວາມຕ້ອງການຂອງທຸກປະເທດເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງປະຊາຄົມສາກົນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ. ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫວຽດນາມ
TAG
VOV/VOVworld/​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ/ສະ​ຫະ​ພາບ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ/ຍີ່​ປຸ່ນ/ສ.ເກົາຫຼີ/ສິງ​ກະ​ໂປ/ສະ​ຫະ​ພັນ ລັດ​ເຊຍ/ອາ​ເມ​ລິ​ກາ/ສະ​ຫະ​ພາບ​ເອີ​ຣົບ