ເປີດໄລຍະຮ່ວມມືໃໝ່ ຫວຽດນາມ - ສິງກະໂປ ຢ່າງຮອບດ້ານກວ່າ
24/03/2025 09:11
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 – 26 ມີນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Lawrence Wong ໃນຖານະເປັນນາຍົກລັດຖະມົນຕີ ສິງກະໂປ. ພິເສດ, ເຫດການດັ່ງກ່າວໄດ້ດຳເນີນພາຍຫຼັງການຢ້ຽມຢາມ ສິງກະໂປ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແຕ່ວັນທີ 11 – 13 ມີນາ ຢ່າງຈົບງາມ, ອັນໄດ້ສ້າງຂີດໝາຍປະຫວັດສາດເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດໜ້າປະຫວັດສາດໃໝ່ດ້ວຍວິໄສທັດໄລຍະຍາວ ແລະ ຮອບດ້ານກວ່າ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong (ພາບ: VGP)
TAG
VOV/VOVworld/ສິງກະໂປ/ໄລຍະຮ່ວມມືໃໝ່/ນາຍົກລັດຖະມົນຕີ
Related








