VOV WorldVOV World
ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມແລະເວທີປາໄສເສດຖະກິດໂລກ
17/01/2017 07:16
ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1971 ຕາມ​ແນວ​ຄວາມ​ຄິດ​ຂອງ​ປະທານ, ຜູ້​ກໍ່​ຕັ້ງ Klaus Schwab, ​ປະຈຸ​ບັນ, ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ສຸດ​ ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ
ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມແລະເວທີປາໄສເສດຖະກິດໂລກ
        (vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ເວທີ​ປາ​ໄສ​ເສດຖະກິດ​ໂລກ Klaus Schwab, ວັນ​ທີ 17/1, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຮອດ ສະ​ວິດ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ Davos ​ໃນ​ເວລາ 3 ວັນ. ພ້ອມ​ກັບຄະນະ​ຜູ້​ແທນ​ຂອງ 70 ກວ່າ​ປະ​ເທດ, ​ການ​ນຳບັນດາ​ປະ​ເທດ​ໃຫຍ່, ບັນດາ​ອ​ົງການຈັດ​ຕັ້ງ​ສາກົນ ກໍ່​ຄື​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ແຖວ​ໜ້າ​ໂລກ​ເກືອບ​ທັງ​ໝົດ, ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ - ການ​ພັດທະນາ ​ແລະ ສະຖານະ​ການ​ທົ່ວ​ໂລກ, ພ້ອມທັງ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໃນ​ສະພາບ​​ແຫ່ງ​ການ​ເຊື່ອມ​ໂຍງ
TAG
vov/vovworld/ເວທີ​ປາ​ໄສ​ເສດຖະກິດ​ໂລກ