VOV WorldVOV World
ເສີມຂະຫຍາຍບົດບາດຜູ້ນຳຫນ້າໃນການປະຕິບັດມະຕິສູນກາງພັກ ຄັ້ງທີ 4
13/08/2012 08:41
ກອງ​ປະ​ຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ປະຕິບັດການ​ສຳ​ຫລວດ​ກວດຄືນຕີ​ລາຄາ​ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​ກັນ​ຢູ່​ຂັ້ນ​ແຂວງ ​ແລະ ຂັ້ນທຽບ​ເທ່ົາ, ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11
ເສີມຂະຫຍາຍບົດບາດຜູ້ນຳຫນ້າໃນການປະຕິບັດມະຕິສູນກາງພັກ ຄັ້ງທີ 4
(vovworld) -  ກອງ​ປະ​ຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ປະຕິບັດການ​ສຳ​ຫລວດ​ກວດຄືນຕີ​ລາຄາ​ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​ກັນ​ຢູ່​ຂັ້ນ​ແຂວງ ​ແລະ ຂັ້ນທຽບ​ເທ່ົາ, ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (ຫລື​ເອີ້ນ​ຫຍໍ້​ວ່າ: ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4) “​ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ” ຊື່​ງດຳ​ເນີນ​ຢູ່​ຮ່າ​​ໂນ້ຍ​ໃນ​ວັນ​ທີ 13/8 ​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ 2 ​ໂດຍ​ກົມ​ການ​ເມືອງ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ຜັນ​ຂະຫຍາຍ​ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ນັບ​ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ. ຕາມ​ມະຕິ​ດັ່ງກ່າວ​ແລ້ວ, ລັກສະນະ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ໃນ​ໃນ​ການ​ສຳ​ຫລວດ​ກວດຄືນຕີ​ລາຄາ​ການ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳນິຕິ​ຊົມກັນ​ແມ່ນ​ຂອດ​ທີ່​ເປັນ​ໄລ​ກອນ,​ ມີ​ຄວາມ​ໝາຍສຳຄັນ​ເພື່ອ​ກໍ່​ສ້າງ ​ແລະ ຂະຫຍາຍ​ສະມາຊິກພັກ​ກອມ​ມູນິດ ຫວຽດນາມ.
TAG
ຕຳນິຕິຊົມ