VOV WorldVOV World
ເສັ້ນພື້ນ​​ຖານ​ຂອງ ຫວຽດ​ນາມ​ ໃນ​ເຂດ​ອ່າວຕົງ​ແກງ ແມ່ນ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ
17/03/2025 08:37
(VOVWORLD) - ຫວຽດນາມ ຫາກໍ່ສຳເລັດລະບຽບການມອບແຜນທີ່ທະເລ ແລະ ບັນຊີລາຍຊື່ຈຸດພິກັດພູມີສາດກ່ຽວຂ້ອງເຖິງເສັ້ນຖານ ເພື່ອຄິດໄລ່ລວງກວ້າງເຂດທະເລຢູ່ອ່າວຕົງແກງ, ພາຍຫຼັງທີ່ ສປຊ ໄດ້ມີແຈ້ງການ ແລະ ເອົາລົງໃນເວັບໄຊຂອງອົງການນີ້. ເຫດການນີ້ບໍ່ພຽງແຕ່ສ້າງຂີດໝາຍແກ່ບາດກ້າວສຳຄັນໃນການຢັ້ງຢືນອະທິປະໄຕແຫ່ງຊາດ, ຮັບໃຊ້ການພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງສະແດງຄວາມເປັນເຈົ້າການຂອງ ຫວຽດນາມ ໃນການປັບປຸງພື້ນຖານນິຕິກຳໃຫ້ຖືກຕ້ອງຕາມກົດໝາຍສາກົນອີກດ້ວຍ.
ເສັ້ນພື້ນ​​ຖານ​ຂອງ ຫວຽດ​ນາມ​ ໃນ​ເຂດ​ອ່າວຕົງ​ແກງ ແມ່ນ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ
ໃນແຈ້ງການອອກວັນທີ 12 ມີນາ ຂອງ ເລຂາທິການໃຫຍ່ ສປຊ ທີ່ໄດ້ສົ່ງໃຫ້ບັນດາປະເທດສະມາຊິກໄດ້ຊີ້ແຈ້ງວ່າ ໃນວັນທີ 7 ມີນາ, ຫວຽດນາມ ໄດ້ດຳເນີນການມອບແຜນທີ່ທະເລ ແລະ ບັນຊີລາຍຊື່ຈຸດພິກັດພູມີສາດບັນດາຈຸດກຳນົດເສັ້ນພື້ນຖານຊື່ ສຳລັບເຂດດິນຕໍ່ແຜ່ນຢູ່ເຂດອ່າວຕົງແກງ ແລະ ເສັ້ນຂີດຂັ້ນຢູ່ນອກເຂດນ່ານນ້ຳຢູ່ບໍລິເວນນີ້ໃຫ້ ສປຊ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບຂໍ້ 2 ມາດຕາ 16 ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.  
TAG
VOV/VOVworld/ອ່າງ​ຕົງ​ແກງ/ເສັ້ນ​ພື້ນ​ຖານ/ນ່ານ​ນ້ຳ/ທະ​ເລ/ກົ​ດ​ໝາຍ​ສາ​ກົນ