VOV WorldVOV World
ເສັ້ນທາງສ້າງສາຊີຣີຄືນໃໝ່ຍັງຫຍຸ້ງຍາກຢູ່
04/04/2017 07:32
vovworld - ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເລື່ອງ ອາ​ເມ​ລິ​ກາ, ​ເອີ​ລົບ ​ປ່ຽນ​​ແປງຫລັກ​ໝັ້ນ​ກ່ຽວ​ກັບ ຊີຣີ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ນຳ​ມາ​​ເຊິ່ງສັນຍານ​ຕັ້ງໜ້າ​ໃຫ້​ແກ່​​ສັນຕິພາບຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.
ເສັ້ນທາງສ້າງສາຊີຣີຄືນໃໝ່ຍັງຫຍຸ້ງຍາກຢູ່
vovworld - ວັນ​ທີ 5/4, ຢູ່ບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ, ສະ​ຫະ​ພາບ​ເອີ​ລົບ(EU) ແລະ ສະ​ຫະ​ປະ​ຊາ​ຊາດ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຊີ​ຣີ. ກອງ​ປະ​ຊຸມ​ຈະ​ແກ່​ຍາວ​ເປັນ​ເວ​ລາ 2 ວັນຊຶ່ງ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ກໍ​ຄື​ວິ​ວັດ​ການ​ມອບ​ໂອນ​ດ້ານ​ການ​ເມືອງ ແລະ ສ້າງ​ສາ​ປະ​ເທດ​ຊີ​ຣີ​ຄືນ​ໃໝ່. ພາຍຫຼັງ​ເກີດ​ສົງ​ຄາມ​ກາງ​ເມືອງ​ເປັນ​ເວ​ລາ​ກ່​ວາ 6 ປີ, ຊີ​ຣີ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ສ້າງ​ສາ​ລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ, ໃນ​ນັ້ນ​ມີ​ຜູ້​ຕາງ​ໜ້າຂອງ​ຄົບ​ທຸກ​ພັກ​ຝ່າຍ​ຢູ່ນີ້. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ສ້າງ​ສາ​ປະ​ເທດ​ຊາດ​ຄືນ​ໃໝ່​ຍັງ​ປະ​ສົບ​ກັບ​ຄວາມ​ລຳ​ບາກ ແລະ ສິ່ງ​ທ້າ​ທາຍຫຼາຍ​ປະ​ການ.
TAG
vov/vovworld/ອາ​ເມ​ລິ​ກາ/​ເອີ​ລົບ ​