VOV WorldVOV World
ເຊື່ອມ​ຊຶມ​ຢ່າງ​ຖຶກ​ຕ້ອງ, ຈັດຕັ້ງປະ​ຕິ​ບັດ​ບັນ​ດາແຜນ​ນະ​ໂຍ​ບາຍ, ລັດຖະນະ​ໂຍບາຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ເປັນ​ຢ່າງ​ດີ
06/07/2021 09:00
(VOVWORLD) -ກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII ພວມດຳເນີນຢູ່ ຮ່າໂນ້ຍ ເພື່ອແນໃສ່ປຶກສາຫາລື, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ, ໃນນັ້ນ ມີແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ກ່າວຄຳເຫັນໄຂກອງປະຊຸມ ໃນວັນທີ 5 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກຄຳຄິດເຫັນຈຳນວນໜຶ່ງທີ່ມີລັກສະນະເຈາະຈີ້ມສຳຄັນກ່ຽວກັບບັນຫານີ້.
ເຊື່ອມ​ຊຶມ​ຢ່າງ​ຖຶກ​ຕ້ອງ, ຈັດຕັ້ງປະ​ຕິ​ບັດ​ບັນ​ດາແຜນ​ນະ​ໂຍ​ບາຍ, ລັດຖະນະ​ໂຍບາຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ເປັນ​ຢ່າງ​ດີ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ເຫັນດີເປັນຢ່າງສູງ ວາງອອກຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອເຫັນເປັນລະບອບລະບຽບການລະອຽດ ແລະ ປະຕິບັດເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ, ໃນໄລຍະຜ່ານມາ, ກົມການເມືອງສູນກາງພັກ ໄດ້ຊີ້ນຳຄະນະຮັບຜິດຊອບວຽກງານພັກລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງຄົ້ນຄວ້າ, ອັບເດດສະພາບການໂດຍດ່ວນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການການເງິນແຫ່ງຊາດ ແລະ ແຜນການການລົງທຶນສາທາລະນະໄລຍະກາງ 5 ປີ 2016 – 2020; ພ້ອມດຽວກັນນັ້ນ, ກໍໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາຂອງປະເທດຊາດ ຕໍ່ໜ້າສະພາບການຜັນປ່ຽນຂອງໂລກ ນັບແຕ່ຕົ້ນປີມານີ້ ເພື່ອລາຍງານຕໍ່ກົມການເມືອງປະກອບຄຳເຫັນຊີ້ນຳປະຕິບັດໃຫ້ສົມບູນແບບ, ຍື່ນສະເໜີຕໍ່ສູນກາງ ພິຈາລະນະ, ຕົກລົງທີ່ກອງປະຊຸມຄັ້ງນີ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: “ນີ້ແມ່ນບັນດາແຜນການທີ່ມີຄວາມສຳຄັນທີ່ສຸດ, ກວ້າງໃຫຍ່, ມີຄວາມໝາຍຕັດສິນສຳລັບການປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງ ຄົມ ເຊິ່ງກອງ ປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງມີໄຊ. ສະນັ້ນ, ສະເໜີໃຫ້ສູນກາງ ອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ໃບຍື່ນສະເໜີ, ບົດລາຍງານ, ເອກະສານທາບທາມຂອງຄະນະຮັບຜິດຊອບວຽກງານພັກລັດຖະບານ, ກໍຄືສະພາບການຕົວຈິງຢູ່ທ້ອງຖິ່ນ, ອົງການສຳນັກງານ, ຫົວ ໜ່ວຍ ຂອງຕົນ, ສະຫງວນ ເວລາຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດເຮົາໃນປັດຈຸບັນ ແລະ ໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາໃນໄລຍະຈະມາເຖິງ ດ້ວຍໃຕ້ຜົນກະທົບຈາກໂລກລະບາດໂຄວິດ - 19, ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ບັນດາທ່າອ່ຽງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໂລກ”.
TAG
VOV/VOVworld/ເລ​ຂາ​ທິ​ການ​ໃຫຍ່/ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ/ເຊື່ອມ​ຊຶມ