VOV WorldVOV World
EU ມາ​ນະ​ພະ​ຍາ​ຍາມ​ຫັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃນ​ທົ່ວ​ໂລກ​ເປັນຫຼາຍ​ຮູບຫຼາຍ​ແບບ
05/09/2025 09:07
(VOVWORLD) - ວັນທີ 03 ກັນຍາ, ຄະນະກຳມະການເອີຣົບ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ ສະຫະພາບເອີຣົບ (EU) - ກຸ່ມຕະຫຼາດລວມ ອາເມລິກາ ໃຕ້ (MERCOSUR) ຢ່າງເປັນທາງການ ພາຍຫຼັງໂຈະໄວ້ເປັນເວລາຍາວນານ. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການ EU ພວມມານະພະຍາຍາມຫັນຄູ່ຮ່ວມມືດ້ານການຄ້າເປັນຫຼາຍຮູບຫຼາຍແບບ ເພື່ອແນໃສ່ຮັບມືກັບບັນດາຄວາມສ່ຽງຍຸດທະສາດທີ່ກ່ຽວຂ້ອງເຖິງນະໂຍບາຍພາສີອາກອນຂອງ ອາເມລິກາ.
EU ມາ​ນະ​ພະ​ຍາ​ຍາມ​ຫັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃນ​ທົ່ວ​ໂລກ​ເປັນຫຼາຍ​ຮູບຫຼາຍ​ແບບ
ສະຫະພາບເອີຣົບ ແລະ ກຸ່ມ MERCOSUR ເລີ່ມດຳເນີນການເຈລະຈາຮອບທຳອິດກ່ຽວກັບສັນຍາການຄ້າເສລີ ແຕ່ປີ 2000. ເຖິງຢ່າງໃດກໍຕາມ, ບັນດາຄວາມບໍ່ລົງລອຍກັນຢູ່ບັນດາປະເທດ EU ໄດ້ເຮັດໃຫ້ວິວັດການເຈລະຈາຖືກຢຸດສະງັກໃນໄລຍະຍາວນານ, ກ່ອນທີ່ສອງຝ່າຍ ຈະເຮັດຮ່າງເອກະສານສຸດທ້າຍສຳເລັດໃນທ້າຍເດືອນ 2024.
TAG
VOV/VOVworld/EU – MERCOSUR/ອາເມລິກາ ລາຕິນ/​ສັນ​ຍາ​ການ​ຄ້າ​ເສ​ລີ