VOV WorldVOV World
ຕັດ​ສິນ​ໃຈ​ສູງ, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​ໄລ​ຍະ 2021 – 2025
05/05/2025 08:34
(VOVWORLD) - ເມື່ອສະເໜີບົດລາຍງານລັດຖະບານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ບັນດາໝາກຜົນພັດທະນາເສດຖະກິດ - ສັງຄົມ ປີ 2024 ໄດ້ສ້າງທ່ວງທ່າປະຕິຮູບ, ສ້າງກຳລັງໜູນພັດທະນາ, ສ້າງບັນຍາກາດທີ່ຟົດຟື້ນໃຫ້ແກ່ປີ 2025. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດເພື່ອໃຫ້ ຫວຽດນາມ ສາມາດປະຕິບັດສຳເລັດບັນດາເປົ້າໝາຍເຕີບໂຕຂອງທັງໄລຍະ 2021 – 2025.
ຕັດ​ສິນ​ໃຈ​ສູງ, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​ໄລ​ຍະ 2021 – 2025
ບົດລາຍງານຊີ້ແຈ້ງວ່າ, ໃນ 04 ເດືອນຕົ້ນປີ 2025, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາຄວາມດຸນດດ່ຽງໃຫຍ່ສຳຄັນໄດ້ຮັບການຮັບປະກັນ. ໃນນັ້ນ, ສຳລັບທາງດ້ານເສດຖະກິດ, ການເຕີບໂຕ GDP ໃນໄຕມາດທີ 1 ປີ 2025 ຄາດວ່າບັນລຸໄດ້ 6,93% ສູງກວ່າເມື່ອທຽບໃສ່ໄລຍະ 2020 – 2025; ຫຼາຍທ້ອງຖິ່ນມີລະດັບການເຕີບໂຕ 2 ຕົວເລກ. ທິຶນ FDI ປະຕິບັດ ບັນລຸກວ່າ 6,7 ຕື້ USD, ສູງກວ່າໄລຍະ 2020 – 2025, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດນັບພົບທີ່ດູດດື່ມສຳລັບນັກລົງທຶນສາກົນ. ກ່ຽວກັບດ້ານວັດທະນະທຳ, ສັງຄົມ, ດັດຊະນີຄວາມຜາສຸກຂອງ ຫວຽດນາມ ໃນປີ 2025 ຢືນອັນດັບທີ 46 ໃນຈຳນວນ 143 ປະເທດ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.
TAG
VOV/VOVworld/ຄວາມເຊື່ອໝັ້ນໃໝ່/ເປົ້າ​ໝາຍ​ເຕີບ​ໂຕ​/ຕັດ​ສິນ​ໃຈ​ສູງ/ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ/ກະ​ທຳ​ຢ່າງ​ຂ້ຽວ​ຂາດ​