VOV WorldVOV World
ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
12/02/2025 09:25
(VOVWORLD) - ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ. ຢູ່ກອງປະຊຸມຄັ້ງນີ້ (ດຳເນີນໃນລະຫວ່າງວັນທີ 12 – 19 ກຸມພາ), ສະພາແຫ່ງຊາດພິຈາລະນາ, ຕັດສິນຫຼາຍບັນຫາຮີບດ່ວນເພື່ອຮັບໃຊ້ການປະຕິວັດສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ໃຫ້ກະທັດລັດລົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສູງສຸດຂອງປະເທດຊາດໃນສັງກາດໃໝ່, ພ້ອມກັນນັ້ນແມ່ນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ບັນດາກົນໄກ, ນະໂຍບາຍພິເສດສຳລັບບາງໂຄງການ, ກິດຈະກຳສຳຄັນຂອງຊາດ.
ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV  (ພາບ:   quochoi.vn ) ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ຈັດຂຶ້ນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນຕົວຈິງ, ກໍ່ຄືຫັນບັນດາມະຕິຂອງພັກຢູ່ທີ່ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ XIII ເປັນລະບອບລະບຽບການຢ່າງທັນການ. ບັນດາເນື້ອໃນສຳຄັນທີ່ຮັບການພິຈາລະນາ, ຕົກລົງຢູ່ກອງປະຊຸມໄດ້ສ້າງເງື່ອນໄຂ, ເປັນປະຖົມປັດໄຈເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ.
TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ຫວຽດ​ນາມ/ການ​ເຕີບ​ໂຕ/ເສດ​ຖະ​ກິດ

More