ຫັນເປັນດີຈີຕອນ: ບາດກ້າວເດີນຍຸດທະສາດເພື່ອອະນາຄົດພັດທະນາແບບຍືນຍົງ
10/10/2025 10:47
(VOVWORLD) - ວັນທີ 10 ຕຸລາ ຂອງທຸກໆປີ, ວັນຫັນເປັນດີຈີຕອນແຫ່ງຊາດ ຫວຽດນາມ ບໍ່ພຽງແຕ່ແມ່ນຂີດໝາຍກ່ຽວກັບເຕັກໂນໂລຢີ, ຫາກຍັງແມ່ນວັນບຸນແຫ່ງເຈດຈຳນົງການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງ ຫວຽດນາມ ໃນສັງກາດດີຈີຕອນ. ປີ 2025, ວັນຫັນເປັນດີຈີຕອນແຫ່ງຊາດ ມີຫົວຂໍ້ “ຫັນເປັນດີຈີຕອນທົ່ວປວງຊົນ, ຮອບດ້ານ, ບໍລິການລະບຽບບໍລິຫານອອນໄລຄົບວົງຈອນ ເພື່ອເພີ່ມຄວາມໄວ, ບຸກທະລຸໃນການພັດທະນາເສດຖະກິດດີຈີຕອນ”, ສະແດງໃຫ້ເຫັນຈິດໃຈໃໝ່ໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ດ້ວຍເຕັກໂນໂລຢີ ດີຈີຕອນ, ຖືປະຊາຊົນເປັນໃຈກາງ, ວິສາຫະກິດແມ່ນກຳລັງໜູນ ແລະ ຂໍ້ມູນເປັນພື້ນຖານ.

ພະນັກງານສູນບໍລິຫານສາທາລະນະ ເທດສະບານ ເທື້ອງແຈກ (ກວາງຈິ) ມານະພະຍາຍາມເພື່ອຫັນເປັນດີຈີຕຕອນ (ພາບປະກອບ:TTXVN)
TAG
VOV/VOVworld/ຫັນເປັນດີຈີຕອນ/ພັດທະນາແບບຍືນຍົງ
Related








