ໜ້າທີ່ຈຸດສຸມພັດທະນາເສດຖະກິດ-ສັງຄົມຈຳນວນໜຶ່ງໃນສະພາບເກີດໂລກລະບາດ
15/06/2021 07:56
(VOVWORLD) -ຫວຽດນາມ ພວມຢູ່ໃນໄລຍະຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ 19 ຮອບທີ 4 ຊື່ງມີຄວາມສັບສົນ, ຂອບຂະໜາດໃຫ່ຍ, ມີລະດັບການແຜ່ລະບາດທີ່ໄວວາ ອັນໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ວຽກງານປ້ອງກັນ ຕ້ານໂລກລະບາດ, ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ ກໍ່ຄືຊີວິດການເປັນຢູ່ຂອງ ປຊຊ. ໃນສະພາບການດັ່ງກ່າວ, ຫວ່າງແລ້ວນີ້, ກົມການເມືອງ ໄດ້ສະຫລຸບກ່ຽວກັບບາງໜ້າທີ່ຈຸດສຸມ ເພື່ອພັດທະນາເສດຖະກິດ-ສັງຄົມ.

ວາລະປະຊຸມເມື່ອວັນທີ 11/6 ຂອງກົມການເມືອງ (ພາບ: VOV) ໃນການເກີດໂລກລະບາດຮອບທີ 4 ນີ້, ນ້ຳໃຈສາມັກຄີ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ການຮ່ວມເດີນທາງ, ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ, ຮ່ວມແຮງຮ່ວມໃຈຂອງ ປຊຊ ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ. ຄຽງຄູ່ກັນນັ້ນ ແມ່ນການເຂົ້າຮ່ວມຂອງອຳນາດການປົກຄອງຂັ້ນຕ່າງໆ, ບັນດາໝູ່ຄະນະ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ພິເສດແມ່ນກຳລັງແພດໝໍ, ທະຫານ, ຕຳຫຼວດ ແລະ ຖັນແຖວພະນັກງານຢູ່ແນວໜ້າຕ້ານໂລກລະບາດ... ການສ້າງຕັ້ງ “ກອງທຶນວັກຊິນ” ປ້ອງກັນ, ຕ້ານໂຄວິດ 19 ໄດ້ມີການແຜ່ຂະຫຍາຍອອກກ້ວາງໃນທົ່ວສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມທິນຈິງ ກ່າວຄຳເຫັນທີ່ພິທີເປີດກອງທຶນປ້ອງກັນ ຕ້ານໂຄວິດ 19 (ພາບ: VGP )
TAG
VOV/VOVworld/ກົມການເມືອງ/ໂລກລະບາດຮອບທີ 4/ໜ້າທີ່ຈຸດສຸມພັດທະນາເສດຖະກິດ-ສັງຄົມ/ກອງທຶນປ້ອງກັນ ຕ້ານໂຄວິດ 19
Related








