VOV WorldVOV World
ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່
29/08/2025 10:58
(VOVWORLD) - ໂດຍຕອບຮັບຄຳເຊື້ອເຊີນຂອງລັດຖະບານຈີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) 2025 ດ້ວຍຖານະເປັນແຂກຖືກເຊີນ ແລະ ມີບັນດາການເຄື່ອນໄຫວປະຕິບັດງານຢູ່ຈີນ ນັບແຕ່ວັນທີ 31 ສິງຫາ ຫາວັນທີ 1 ກັນຍາ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍ, ຫັນມະຕິເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ໃຫ້ປະກົດຜົນເປັນຈິງ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການ ເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ ແລະ ກົນໄກຮ່ວມມືລະດັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.
ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່
ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) 2025  (ພາບ: VGP)
TAG
VOV/VOVworld/ຫວຽດ​ນາມ/ຈີນ/SCO