ຕ້ອງມີຄວາມຊື່ຕົງແລະສະເຫມີພາບໃນການພົບປະເຈລະຈາກ່ຽວກັບສິດທິມະນຸດ
12/04/2013 11:04
ວັນທີ 12/4, ການພົບປະເຈລະຈາກ່ຽວກັບສິດທິມະນຸດລະຫວ່າງ ຫວຽດນາມ - ອາເມລິກາ ຄັ້ງທີ 17 ຖືກດຳເນີນໄປຢູ່ ຮ່າໂນ້ຍ

(vovworld)- ວັນທີ 12/4, ການພົບປະເຈລະຈາກ່ຽວກັບສິດທິມະນຸດລະຫວ່າງ ຫວຽດນາມ - ອາເມລິກາ ຄັ້ງທີ 17 ຖືກດຳເນີນໄປຢູ່ ຮ່າໂນ້ຍ. ບັນດາການພົບປະເຈລະຈາຄັ້ງຕ່າງໆກ່ຽວກັບສິດທິມະນຸດກໍໄດ້ຖືກອົງການກ່ຽວຂ້ອງຂອງສອງປະເທດຈັດຂຶ້ນໃນຫລາຍປີຜ່ານມາ, ຈຸດປະສົງແມ່ນເພີ່ມທະວີຄວາມ ເຂົ້າໃຈກ່ຽວກັບສິດທິມະນຸດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ແຕ່ເປັນຫນ້າເສຍດາຍ ກ່ອນທີ່ດຳເນີນການພົບປະເຈລະຈາກ່ຽວກັບສິດທິມະນຸດຄັ້ງນີ້, ສະພາຕຳ່ອາເມລິກາ ໄດ້ເປີດວາລະອະພິປາຍ ດ້ວຍເຫດຜົນແມ່ນທາບທາມຄຳເຫັນສັງເກດການແບບເອກະລາດກ່ຽວກັບສະພາບຕົວຈິງ ແລະ ສຳເນົາເອກະສານສິດທິມະນຸດຢູ່ຫວຽດນາມ. ສິ່ງດັ່ງກ່າວຄ້າຍຄື “ບົດລະຄອນບໍ່ຄ່ອງແຄ້ວ” ຂອງອົງການ, ສ່ວນບຸກຄົນທີ່ບໍ່ມີເຈດຕະນາດີ, ນຳໃຊ້ຄັນຕະລະບັດ “ສິດທິມະນຸດ” ເພື່ອຕ້ານທຳລາຍຫວຽດນາມ.
TAG
ສິດທິມະນຸດ
Related








