VOV WorldVOV World
ຫວຽດ - ຈີນ ປັບປຸງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືແທດຈິງ ແລະ ຍຸດທະສາດ
14/04/2025 10:02
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ວັນທີ 14 ພຶດສະພາ, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 04 – 15 ເມສາ. ການຢ້ຽມຢາມມີຄວາມໝາຍສຳຄັນສຳລັບການພົວພັນສອງປະເທດ, ພິເສດ, ປີ 2025 ນີ້ ໄດ້ສ້າງຂີດໝາຍ 75 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2025). ການຢ້ຽມຢາມແມ່ນໂອກາດເພື່ອປັບປຸງໄມຕີຈິດມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ເຮັດໃຫ້ການພົວພັນອັນແທດຈິງລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.
ຫວຽດ - ຈີນ ປັບປຸງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືແທດຈິງ ແລະ ຍຸດທະສາດ
        ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ຫວຽດນາມ ແລະ ຈີນ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ແມ່ນກຳນົດທິດຢ່າງສະເໝີຕົ້ນສະເໝີປາຍແກ່ການພັດທະນາການພົວພັນສອງຝ່າຍຢ່າງມີສະຖຽນລະພາບໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງສັບສົນ.         ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການສ້າງ “ປະຊາຄົມພ້ອມກັນແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ” ຕາມກຳນົດທິດ “6 ກວ່າ” ທີ່ໄດ້ສ້າງຕັ້ງເມື່ອເດືອນ ທັນວາ 2023, ໄດ້ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍ.
TAG
VOV/VOVworld/ປ​ະ​ຊາ​ຄົມ​ພ້ອມ​ກັນ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ/ບ້​ານ​ໃກ້​ເຮືອນ​ຄຽງ/ເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ