VOV WorldVOV World
ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ
09/06/2025 08:28
(VOVWORLD) - ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ຢັ້ງຢືນສານທີ່ວ່າ ຫວຽດນາມ ຍາມໃດກໍເປັນເຈົ້າການໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ຊັບພະຍາກອນທະເລແບບຍືນຍົງ ແລະ ພ້ອມແລ້ວປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນໃນຂົງເຂດນີ້.
ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ
ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມທຸກຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, UNOC 3 ແມ່ນໂອກາດເພື່ອໃຫ້ບັນດາການນຳໂລກ ປຶກສາຫາລື ແລະ ຊອກຫາມາດຕະການ ກໍຄືບັນດາຄຳໝັ້ນສັນຍາສຳລັບບັນຫາອະນຸລັກຮັກສາທະເລໃນບັນດາທົດສະວັດຈະມາເຖິງ.         ບັນດາຫົວຂໍ້ປຶກສາຫາລືຢູ່ກອງປະຊຸມແມ່ນເໝາະສົມກັບບັນດາການກຳນົດທິດສຳຄັນຂອງ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດແບບຍືນຍົງ; ຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືເພື່ອມະຫາສະໝຸດສີຂຽວ, ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະ ວັດທະນາຖາວອນ.
TAG
VOV/VOVworld/UNOC 3/ມະ​ຫາ​ສະ​ໝຸດ/ເວທີປາໄສການເງິນ ແລະ ເສດຖະກິດສີຂຽວ