ຫວຽດນາມ ມານະພະຍາຍາມ ແກ້ໄຂບັນຫາບັດເຫຼືອງ IUU
10/04/2024 09:02
(VOVWORLD) - ຄາດວ່າໃນໄລຍະຈະມາເຖິງ, ຄະນະນັກກວດກາ ຂອງ ຄະນະກຳມະການເອີລົບ (EC) ມາຫວຽດນາມ, ດຳເນີນການກວດກາຄັ້ງທີ 5 ກ່ຽວກັບການປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍການ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ການກວດກາຄັ້ງທີ 5 ນີ້ ໄດ້ຮັບຖືວ່າ ແມ່ນຈຸດເວລາຕັດສິນຊີ້ຂາດ ເພື່ອໃຫ້ ຫວຽດນາມ ແກ້ໄຂບັນຫາບັດເຫຼືອງ ສິນໃນນ້ຳ. ດັ່ງນັ້ນ, ໃນໄລຍະຜ່ານມາ, ລັດຖະບານ, ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ປະຕິບັດວຽກງານຕ້ານ IUU ຢ່າງແທ້ຈິງ ດ້ວຍເປົ້າໝາຍແກ້ໄຂບັນຫາບັດເຫຼືອງໃນການກວດກາຄັ້ງນີ້.

ພາບປະກອບ: Vietnam+
TAG
VOV/VOVworld/ການຫາປາ/IUU
Related








