VOV WorldVOV World
ຫວຽດ​ນາມ ຢັ້ງ​ຢືນ​ພາ​ລະ​ກຳ​ສາ​ກົນ​ໃນ​ສະ​ໄໝ​ສັນ​ຕິ​ພາບ
31/03/2025 08:41
(VOVWORLD) - ພາຍຫຼັງໄພພິບັດແຜ່ນດິນໄຫວເກີດຂຶ້ນຢູ່ ມຽນມາ ບໍ່ຮອດ 24 ຊົ່ວໂມງ, ດ້ວຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ, ຫວຽດນາມ ໄດ້ສ້າງແຜນການສົ່ງກຳລັງໄປເຂົ້າຮ່ວມການຊ່ວຍເຫຼືອມະນຸດສະທຳ, ຊ່ວຍເຫຼືອແກ້ໄຂໄພພິບັດຢູ່ ມຽນມາ. ໜ້າທີ່ດັ່ງກ່າວ ບໍ່ພຽງແຕ່ຢັ້ງຢືນຄວາມເປັນມືອາຊີບ, ຄວາມສາມາດກຽມພ້ອມຮັບມືກັບທຸກກໍລະນີຂອງກຳລັງປະກອບອາວຸດ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານອັນມີຊີວິດຊີວາທີ່ສະແດງໃຫ້ເຫັນເຖິງນ້ຳໃຈສາກົນອັນຜ່ອງໃສ, ວັດທະນະທຳມະນຸດ, ເພື່ອສັນຕິພາບຂອງຊາດ ຫວຽດນາມ ອີກດ້ວຍ.
ຫວຽດ​ນາມ ຢັ້ງ​ຢືນ​ພາ​ລະ​ກຳ​ສາ​ກົນ​ໃນ​ສະ​ໄໝ​ສັນ​ຕິ​ພາບ
  ດ້ວຍໜ້າທີ່ກູ້ໄພກູ້ຊີບ, ແຕ່ລະນາທີລ້ວນແຕ່ມີຄວາມໝາຍຕໍ່ຊີວິດອິນຊີຂອງຜູ້ປະສົບເຄາະຮ້າຍ. ດັ່ງນັ້ນ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບໄພພິບັດແຜ່ນດິນໄຫວຢູ່ ມຽນມາ, ຫວຽດນາມ ໄດ້ຜັນຂະຫຍາຍກຳລັງຢ່າງວ່ອງໄວ. ທິມງານກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ລວມມີ 106 ຄົນ ໄດ້ເດີນທາງໄປຍັງ ມຽນມາ ເຂົ້າຮ່ວມການກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອປະຊາຊົນໂດຍກົງ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຕົກລົງບ້ວງເງິນຊ່ວຍເຫຼືອໂດຍດ່ວນ 300.000 USD  ເພື່ອຊ່ວຍ ມຽນມາ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ.
TAG
VOV/VOVworld/ນັກ​ຮົບ​ກອງ​ທັບ/ຕຳຫຼວດ​ປະ​ຊາ​ຊົນ/ແຜ່ນ​ດິນ​ໄຫວ/ມຽນ​ມາ/ຊ່ວຍ​ເພື່ອນ​ແມ່ນ​ຊ່ວຍ​ຕົນ​ເອງ