ຫວຽດນາມ ຢັ້ງຢືນສຽງເວົ້າຂອງບັນດາປະເທດພວມພັດທະນາ
04/07/2025 08:59
(VOVWORLD) - ວັນທີ 4 ກໍລະກົດ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ Brazil Lula da Silva, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS (ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ) ເປີດກ້ວາງປີ 2025 ແລະ ເຄື່ອນໄຫວສອງຝ່າຍຢູ່ສາທາລະນະລັດ ສະຫະພັນ Brazil. ນີ້ແມ່ນການເຄື່ອນໄຫວທາງການທູດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີນີ້, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮ່ວມມືສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນສຽງເວົ້າຂອງບັນດາປະເທດພວມພັດທະນາອີກດ້ວຍ, ເປີດໂອກາດມຸ່ງໄປເຖິງບັນດາຕະຫຼາດໃໝ່ ໃນສະພາບການທີ່ການຄ້າທົ່ວໂລກມີການຜັນແປຫຼາຍຢ່າງ.

(ພາບ: chinhphu.vn )
TAG
VOV/VOVworld/ກອງປະຊຸມສຸດຍອດ BRICS 2025/Brazil/ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິນຮັ່ງ/ທ່ານຮອງລັດຖະມົນຕີ Agustín Tejeda Rodriguez/ສະຖານທູດ Argentina ປະຈຳ ຮ່າໂນ້ຍ
Related








