ຫວຽດນາມ ແລະ ອາເມລິກາລາຕິນ: ຄູ່ຮ່ວມມືດ້ານພະລັງງານທີ່ມີຄວາມສາມາດບົ່ມຊ້ອນ
06/07/2012 09:11
ພະລັງງານໄດ້ຮັບຖືວ່າແມ່ນຂະແຫນງເສດຖະກິດປາຍແຫລມຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດຕະວັດ, ຫລຸດໄລຍະເວລາປະຕິບັດວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມລົງ.

(vovworld) - ປະຈຸບັນ, ພະລັງງານໄດ້ຮັບຖືວ່າແມ່ນຂະແຫນງເສດຖະກິດປາຍແຫລມຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດຕະວັດ, ຫລຸດໄລຍະເວລາປະຕິບັດວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມລົງ. ໃນຂະນະນັ້ນ, ອາເມລິກາລາຕິນ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນໃນການພັດທະນາພະລັງງານ. ກອງປະຊຸມສຳມະນາ “ຄູ່ຮ່ວມມືກະສິກຳ ແລະ ພະລັງງານ ຫວຽດນາມ - ອາເມລິກາລາຕິນ” ແມ່ນນອນໃນຂອບເຂດເວທີປາໄສ ຫວຽດນາມ - ອາເມລິກາລາຕິນ ກ່ຽວກັບດ້ານການຄ້າ ແລະ ການລົງທຶນຊຶ່ງດຳເນີນໄປຢູ່ ຫວຽດນາມ ແຕ່ວັນທີ 5 - 6/7 ນັ້ນແມ່ນກາລະໂອກາດເພື່ອໃຫ້ບັນດານັກຄົ້ນຄ້ວາຍຸດທະສາດພັດທະນາພະລັງງານຂອງ ຫວຽດນາມ ແລະ ບັນດາປະເທດອາເມລິກາຕີນ ແລກປ່ຽນ, ຊອກຫາວິທີການພັດທະນາພະລັງງານເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມດ້ວຍຜູ້ຕາງຫນ້າບັນດາ ປະເທດ ອາເມລິກາລາຕິນ ພາບ:TTXVN ໃນຂົງເຂດພະລັງງານ, ຫວຽດນາມ ແລະ ບັນດາປະເທດ ອາເມລິກາລາຕິນ ລ້ວນແຕ່ມີທ່າໄດ້ປຽບດ້ວຍແຫລ່ງຊັບພະຍາກອນນ້ຳມັນບໍ່ທີ່ອຸດົມສົມບູນ. ສຳລັບ ຫວຽດນາມ, ອຸດສາຫະກຳກັ່ນນ້ຳມັນ ປະຈຸບັນແມ່ນຂົງເຂດພັດທະນາຢ່າງແຂງແຮງທີ່ສຸດ, ແມ່ນເຄ່ືອງມືເສດຖະກິດສຳຄັນຕົ້ນຕໍ ຂອງປະເທດຊາດ ແລະ ແມ່ນເຄື່ອງມືດັດປັບເສດຖະກິດມະຫາພາກຂອງລັດຖະບານ. ການພັດທະນາຂອງກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ ໃນຊຸມປີຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດຊາດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ກວມ 25 - 30% ຍອດລາຍຮັບງົບປະມານແຫ່ງລັດປະຈຳປີ. ໃນທ່າອ່ຽງ ຕັ້ງຫນ້າເຊື່ອມໂຍງ ແລະ ມານະພະຍາຍາມພັດທະນາ, Petro Vietnam ໄດ້ກຳນົດວ່າ ອາເມລິກາລາຕິນ ແມ່ນພາກພື້ນທີ່ມີຄວາມສາມາດບົ່ມຊ້ອນດ້ານນ້ຳມັນອາຍແກສຫລາຍ ແມ່ນບໍລິເວນລົງທຶນຈຸດສຸມ, ຍຸດທະສາດ. ໃນຊຸມປີຜ່ານມາ, Petro Vietnam ໄດ້ເປັນເຈົ້າການສ້າງຕັ້ງ, ພັດທະນາການພົວພັນ, ສົ່ງເສີມການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ນັ້ນແມ່ນບັນດາບໍລິສັດນ້ຳມັນອາຍແກສແຫ່ງຊາດ ຢູ່ ອາເມລິກາລາຕິນ ຄື: ENARRA( ປະເທດອັກຊັງຕີນ), PETROECUADO( ecuado), CUPET(ກູບາ), PDVSA (Venezuela) ແລະ ປະຈຸບັນ Petro Vietnam ພວມຄົ້ນຄ້ວາຄວາມສາມາດສ້າງຕັ້ງການພົວພັນຮ່ວມມືກັບບໍລິສັດນ້ຳມັນອາຍແກສແຫ່ງຊາດ Petrobras ຂອງບຣາຊີນ ແລະ Ecopetro ຂອງ Clombia ກໍຄືຜັນຂະຫຍາຍໂຄງການຂຸດຄົ້ນນ້ຳມັນອາຍແກສຫລາຍໂຄງການຢູ່ບັນດາປະເທດ ອາເມລິກາລາຕິນ ເພື່ອເປີດກວ້າງເຄືອຂ່າຍການຮ່ວມມືກັບພາກພື້ນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານ. ທ່ານ Nguyen Quoc Thap ຮອງຜູ້ອຳນວຍການກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ Petro Vietnam ເນັ້ນຫນັກວ່າ:
TAG
ອາເມລິກາລາຕີນ
Related








