VOV WorldVOV World
ຫວຽດນາມ ແລະ ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ
01/08/2018 09:10
(VOVWORLD) - ວັນທີ 02 ສິງຫາ, ຢູ່ປະເທດ ສິງກະໂປ ຈະໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM-51) ແລະ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດທີ່ກ່ຽວຂ້ອງ.
ຫວຽດນາມ ແລະ ອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ
ເນື້ອໃນສຳຄັນໜຶ່ງທີ່ໄດ້ຮັບການແລກປ່ຽນຢູ່ AMM 51 ແມ່ນບັນດາການກຳນົດທິດ ແລະ ມາດຕະການແກ້ໄຂໃຫ້ແກ່ການກໍ່ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບັນດາແຜນການສັງລວມ ສ້າງປະຊາຄົມ ຕາມວິໄສທັດ ອາຊຽນ 2025. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ຈະຕັ້ງໜ້າແລກປ່ຽນ ເພືີ່ອຊຸກຍູ້ບັນດາບຸລິມະສິດລວມຂອງ ອາຊຽນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືຢ່າງແທດຈິງ. ປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2015. ນີ້ແມ່ນຜົນງານຢ່າງໃຫຍ່ຫລວງຂອງວິວັດການຮ່ວມສຳພັນ ແລະ ເຊື່ອມໂຍງຂອງ ອາຊຽນ, ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ສັນຕິພາບ ແລະ  ການພັດທະນາ. ພາຍຫລັງເຄື່ອນໄຫວມາເປັນເວລາ 3 ປີ, ປະຊາຄົມ ອາຊຽນ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ ໃນທັງ 3 ເສົາຄ້ຳແມ່ນ ການເມືອງ, ຄວາມໝັ້ນຄົງ - ເສດຖະກິດ ແລະ ວັດທະນະທຳ - ສັງຄົມ.
TAG
VOV/VOVworld/ຫວຽດນາມ/ອາຊຽນ/ເປົ້າໝາຍກໍ່ສ້າງປະຊາຄົມ

More