VOV WorldVOV World
ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່
30/06/2021 08:56
(VOVWORLD) -ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ ຢັ້ງຢືນ: ການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ.
ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່
ໃນ 2 ມື້ຜ່ານມາ ດ້ວຍບັນດາການເຄື່ອນໄຫວພົບປະສອງຝ່າຍ, ພົບປະໂອ້ລົມ,  ແລກປ່ຽນຄຳເຫັນ ລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກັບ ການນຳພັກ, ລັດ ຫວຽດນາມ ໄດ້ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດສະເຫມີຕົ້ນສະເຫມີປາຍຂອງ ສອງລັດ, ພິເສດ ຖືເປັນສຳຄັນການຮັກສາ ແລະ ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ການພົວພັນສະຫນິດແຫນ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ ສອງພັກ, ສອງລັດ ໃນອາຍຸການໃຫມ່ຍິ່ງເລິກເຊິ່ງກວ່າ. ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ ສິ້ນສຸດການຢ້ຽມຢາມຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ ໄດ້ມີການແລກປ່ຽນກັບນັກຂ່າວ VOV ແລະ ຢັ້ງຢືນ: ການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ. ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ພ້ອມກັນຮ່ວມແຮງຮ່ວມໃຈສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ໃຫ້ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.
TAG
VOV/VOVworld/ການ​ຮ່ວມ​ມື​ຮອບ​ດ້າ​ນ/ລາວ - ຫວຽດ​ນາມ/​ຖະ​ແຫລງ​ການ​ຮ່ວມ