ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຟະລິກາ, ຕັ້ງໜ້າປະກອບສ່ວນແກ້ໄຂບັນດາບັນຫາທົ່ວໂລກ
22/07/2025 07:19
(VOVWORLD) - ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ

(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ດຳເນີນການຢ້ຽມຢາມ ສ.ເຊເນການ ແລະ ລາຊະອານານຈັກ ໂມໂຣໂກ ) ແຕ່ວັນທີ 22 – 30 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ດຳເນີນການຢ້ຽມຢາມ ສ.ເຊເນການ ແລະ ລາຊະອານານຈັກ ໂມໂຣໂກ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6 ຂອງສະຫະພັນລັດຖະສະພາສາກົນ (IPU) ແລະ ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ. ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຊຸກຍູ້ການພົວພັນກັບບັນດາປະເທດ ອາຟະລິກາ, ຕັ້ງໜ້າປະກອບສ່ວນ, ມີຄວາມຮັບຜິດຊອບຕໍ່ການເຄື່ອນໄຫວລວມຂອງ IPU, ຢືນຢັນບົດບາດຂອງ ຫວຽດນາມ ໃນການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ. ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນຂອງ ຫວຽດນາມ.
TAG
VOV/VOVworld/ໂອກາດ/ຮ່ວມມື/ຊຸກຍູ້/ພົວພັນ/ເສດຖະກິດ
Related








