VOV WorldVOV World
ຫວຽດນາມ ມີຫົວຄິດປະດິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບການບໍລິຫານໃນປີປະທານ ອາຊຽນ 2020
09/09/2020 09:09
(VOVWORLD) - ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 09 ກັນຍາ ຢູ່ ຮ່າໂນ້ຍ. ນີ້ແມ່ນບັນດາກອງປະຊຸມທີ່ມີຄວາມສຳຄັນທີ່ສຸດໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ.
ຫວຽດນາມ ມີຫົວຄິດປະດິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບການບໍລິຫານໃນປີປະທານ ອາຊຽນ 2020
        ໂດຍສືບທອດບັນດາຄວາມມານະພະຍາຍາມນັບແຕ່ຕົ້ນປີ ໃນສະພາບການໂລກລະບາດໂຄວິດ-19 ກໍ່ຜົນກະທົບຢ່າງໃຫຍ່ຫລວງຕໍ່ໂຄງການດຳເນີນງານ ແລະ ການເຄື່ອນໄຫວຂອງ ອາຊຽນ, ຫວຽດນາມ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ບັນດາກອງປະຊຸມຄັ້ງນີ້ບັນລຸປະສິດທິຜົນສູງສຸດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ກ່າວຄຳເຫັນໄຂກອງປະຊຸມ. ພາບ: TTXVN          AMM-53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີການເຂົ້າຮ່ວມຂອງ 27 ຄະນະຜູ້ແທນ (ລວມມີບັນດາປະເທດສະມາຊິກ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ອາຊຽນ) ທີ່ມາຈາກ 4 ທະວີບໃນໂລກ. ໄປຄຽງຄູ່ກັບບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມ ຄືສຳຫລວດກວດຄືນສະພາບການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບຸລິມະສິດຂໍ້ລິເລີ່ມໃຫຍ່ ເຊິ່ງໄດ້ຮັບການເຫັນດີເປັນເອກະພາບໃຫ້ປີ 2020, ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19, AMM-53 ຍັງຜັນຂະຫຍາຍບາງເນື້ອໃນອື່ນໆ ຄືພິຈາລະນາການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມມືໃໝ່, ຊຸກຍູ້ບົດບາດຂອງແມ່ຍິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ, ສິດທິມະນຸດ, ພັດທະນາອະນຸພາກພື້ນ…
TAG
VOV/VOVworld/ຫົວຄິດປະດິດສ້າງ/ປັບຄົວໃຫ້ແທດເໝາະ/ປະທານ ອາຊຽນ 2020

More