VOV WorldVOV World
ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ກຳປູເຈຍ ສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ
25/07/2018 08:29
(VOVWORLD) - ວັນທີ 29 ກໍລະກົດ ຈະມາເຖິງ, ຜູ້ມີສິດເລືອກຕັ້ງກ່ວາ 8 ລ້ານຄົນໃນຈຳນວນພົນລະເມືອງ ກຳປູເຈຍ ທັງມົດເກືອບ 16 ລ້ານຄົນນັ້ນ ຈະໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ເພື່ອຄັດເລືອກບັນດາສະມາຊິກສະພາແຫ່ງຊາດ, ສ້າງຕັ້ງລັດຖະບານລາດຊະວົງອາຍຸການໃໝ່ ເພືຶ່ອນຳພາປະເທດຊາດໃນໄລຍະ 5 ປີຈະມາເຖິງ.
ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໃຫ້ ກຳປູເຈຍ ສະຖຽນລະພາບ,  ສັນຕິພາບ ແລະ ພັດທະນາ
ບົນພື້ນຖານການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ຫວຽດນາມ ປາດຖະໜາຢາກໃຫ້ ກຳປູເຈຍ ຈັດຕັ້ງການເລືອກຕັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳປະເທດ ກຳປູເຈຍ ນັບມື້ນັບພັດທະນາ ແລະ ວັດທະນາຖາວອນ. ການເລືອກຕັ້ງຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງສຳລັບປະເທດ ກຳປູເຈຍ. ຄາດວ່າ ມີພັກການເມືອງປະມານ 20 ພັກເຂົ້າຮ່ວມການຫາສຽງເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້. ພ້ອມກັບບັນດາພັກການເມືອງທີ່ມີການເຄື່ອນໄຫວມາແຕ່ດົນນານຄືພັກປະຊາຊົນ ກຳປູເຈຍ (CPP), ພັກ FUNCINPEC, ພັກສັນຊາດຂະແມແລ້ວ, ຍັງມີບັນດາພັກທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່ ກໍ່ໄດ້ເຂົ້າຮ່ວມການຫາສຽງເລືອກຕັ້ງ.
TAG
VOV/VOVworld/ສະຖຽນລະພາບ/ສັນຕິພາບ/ພັດທະນາ

More