VOV WorldVOV World
ຫວຽດນາມ ຊຸກຍູ້ການຮ່ວມມືກັບ ມ້ຽນມາ
19/12/2011 09:23
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູ໋ງ ​ແລະ ພັນ​ລະ​ຍາ ​ໄດ້​ເດີນທາງ​ໄປຢ້ຽມຢາມ ມ້ຽນ​ມາ​ຢ່າງ​ເປັນ​ທາງ​ການ ​
ຫວຽດນາມ ຊຸກຍູ້ການຮ່ວມມືກັບ ມ້ຽນມາ
ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Thein Sein ປະທານາທິບໍດີ ມ້ຽນມາ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູ໋ງ ​ແລະ ພັນ​ລະ​ຍາ ​ໄດ້​ເດີນທາງ​ຢ້ຽມຢາມ ມ້ຽນ​ມາ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ ຄັ້ງ​ທີ 4 (GMS -4) ນັບ​ແຕ່​ວັນ​ທີ 19 ​ເຖິງ​ວັນ​ທີ 21/12. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຫວຽດນາມ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ ມ້ຽນ​ມາ ກໍ​ຄື ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຕັ້ງຫນ້າ​ເຂົ້າ​ຮ່ວມ​ກ​ົນ​ໄກ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ.