ຫວຽດນາມ ຮ່ວມແບ່ງປັນ ແລະ ຮ່ວມມືກັນເພື່ອໂລກແຫ່ງສັນຕິພາບ
27/09/2021 08:56
(VOVWORLD) -ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າມີຄວາມໝາຍເລິກເຊິ່ງຫຼາຍຢ່າງ, ບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນລວມ, ຮອບດ້ານ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ຫາກໍ່ສິ້ນສຸດການເດີນທາງໄປຢ້ຽມຢາມສັນຖະວະໄມຕີປະເທດ ກຸຍບາ ແລະ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນິວຢອກ, ປະເທດອາເມລິກາ. ສຳລັບກຸຍບາ, ການຢ້ຽມຢາມໄດ້ເປີດກາລະໂອກາດໄລຍະຮ່ວມມືພັດທະນາໃໝ່ລະຫວ່າງ 2 ປະເທດ, ມຸ່ງໄປເຖິງເປົ້າໝາຍ “ພ້ອມກັນໄຊຊະນະ” ໂດຍອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ, ຄວາມສາມັກຄີ, ອ້າຍນ້ອງຢ່າງສະໜິດແໜ້ນ, ບໍ່ມີຄວາມຫຍຸ້ງຍາກໃດສາມາດກີດຂວາງໄດ້. ສ່ວນການເຂົ້າຮ່ວມວາລະປຶກສາຫາລືຂອງສະມັດຊາໃຫຍ່ ສືບຕໍ່ເປັນການສະແດງໃຫ້ເຫັນເລື່ອງ ຫວຽດນາມ ແມ່ນປະເທດຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ, ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງຂອງສະຫະປະຊາຊາດ ໃນ 44 ປີແຫ່ງການເຂົ້າເປັນສະມາຊິກຂອງອົງການນີ້. ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າມີຄວາມໝາຍເລິກເຊິ່ງຫຼາຍຢ່າງ, ບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນລວມ, ຮອບດ້ານ, ປະກອບສ່ວນສືບຕໍ່ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.
TAG
VOV/VOVworld/ແນວທາງ/ຊຸກຍູ້/ການພົວພັນ/ປະຫວັດສາດ
Related








