ຫວຽດນາມເຂົ້າຮ່ວມກອງປະຊຸມ COP 17
05/12/2011 09:08
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ COP 17 ສືບຕໍ່ຢັ້ງຢືນຄວາມຕັດສິນໃຈພ້ອມກັນເຄື່ອນໄຫວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 17 (ກອງປະຊຸມ COP 17) ໄດ້ຖືກຈັດຂຶ້ນໃນຕົ້ນອາທິດຜ່ານມາ ຢູ່ ນະຄອນທະເລ Durban ປະເທດ ອາຟຼິກາໃຕ້ ແລະ ສືບຕໍ່ແກ່ຍາວຮອດທ້າຍອາທິດນີ້. ພ້ອມກັບ ປະມານ 15.000 ຜູ້ແທນມາຈາກ 194 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ COP 17 ສືບຕໍ່ຢັ້ງຢືນຄວາມຕັດສິນໃຈພ້ອມກັນເຄື່ອນໄຫວ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳ, ສະເຫນີນະໂຍບາຍຂອງຕົນທ່ີກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຢູ່ທັງລະດັບສອງຝ່າຍ ແລະ ຫລາຍຝ່າຍ.
Related








