ຫວຽດນາມຕັ້ງໜ້າຮ່ວມມືໃນ ACMES ແລະ CLMV
14/06/2018 09:29
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳ ເຈົ້າພະຍາ- ແມ່ນ້ຳຂອງ (ACMES) ຄັັ້ງທີ 8 ແລະ ກອງປະຊຸມສຸດຍອດ ການຮ່ວມມືລະຫວ່າງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 9 ທີ່ບາງກອກ, ປະເທດໄທ ໃນເວລາ 02 ວັນ ແຕ່ວັນທີ 15 - 16 ມິຖຸນາ. ນັ້ນແມ່ນ 02 ກົນໄກການຮ່ວມມື ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ACMES 8 ແລະ CLMV 9 ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດ ສືບຕໍ່ຊຸກຍູ້ການເຊື່ອມຈອດພາກພື້ນ, ພ້ອມກັນນັ້ນນີ້ກໍແມ່ນໂອກາດ ເພື່ອໃຫ້ຫວຽດນນາມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ຖືເປັນສຳຄັນການຮ່ວມມື CLMV ແລະ ACMES, ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລວມຂອງພາກພື້ນ.
ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ເດືອນມີນາ 2018
TAG
VOV/VOVworld/ແມ່ນ້ຳອາເຢຢາວາດີ/ແມ່ນ້ຳເຈົ້າພະຍາ/ແມ່ນ້ຳຂອງ/ບາງກອກ
Related
More








