ອີຢູ-ອາເມລິກາ ສືບຕໍ່ຟື້ນຟູການພົວພັນຂ້າມມະຫາສະໝຸດອັດລັງຕິກ
01/10/2021 09:01
(VOVWORLD) - ແຕ່ວັນທີ 26 ກັນຍາຫາວັນທີ 1 ຕຸລາ, ທ່ານ Valdis Dombrovskis ກຳມະການການຄ້າສະຫະພາບເອີລົບ (EU) ໄດ້ໄປຢ້ຽມຢາມປະເທດອາເມລິກາ. ການຢ້ຽມຢາມເພື່ອຫັນບັນດາຂໍ້ຕົກລົງຂັ້ນສູງ ຊື່ງການນຳສອງຝ່າຍບັນລຸໄດ້ ພາຍຫຼັງກອງປະຊຸມຍຸດຍອດອາເມລິກາ-ອີຢູ ເມື່ອເດືອນມິຖຸນາປີ 2021 ນີ້ເປັນລະອຽດ. ນີ້ກໍ່ແມ່ນບາດກ້າວທະລຸລ່ວງທີ່ສຳຄັນ ເພື່ອໃຫ້ສອງຝ່າຍສາມາດກ້າວໄປເຖິງການເຊັນຂໍ້ຕົກລົງການຄ້າສະບັບໜຶ່ງໃນເດືອນພະຈິກຈະມາເຖິງ, ພ້ອມທັງສະແດງໃຫ້ເຫັນເຈດຕະນາດີ ໃນການສືບຕໍ່ຟື້ນຟູການພົວພັນຂ້າມມະຫາສະໝຸດອັດລັງຕິກ ລະຫວ່າງ 2 ປະເທດສຳພັນທະມິດຍຸດທະສາດ.

(ພາບປະກອບ: AFP/TTXVN) ການພົວພັນ ອາເມລິກາ-ອີຢູ ໄດ້ນຳມາເຊິ່ງບັນດາຜົນໂຫຍດຍຸດທະສາດດ້ານເສດຖະກິດ, ຄວາມໝັ້ນຄົງ, ການເມືອງທີ່ສຳຄັນໃຫ້ທັງສອງຝ່າຍ. ການພົວພັນດ້ານເສດຖະກິດອາເມລິກາ-ອີຢູ ແມ່ນການພົວພັນດ້ານເສດກິດໃຫ່ຍກ່ວາໝູ່ໃນໂລກ, ມີມູນຄ່າເທົ່າກັບ 1/3 GDP ທົ່ວໂລກ, ກວມເອົາ ½ ການໃຊ້ຈ່າຍສ່ວນຕົວ ແລະ ສ້າງວຽກເຮັດງານທຳໃຫ້ 16 ລ້ານຄົນຢູ່ສອງຝັ່ງມະຫາສະໝຸດດັ່ງກ່າວ. ກ່ຽວກັບດ້ານຄວາມໝັ້ນຄົງ ແລະ ການເມືອງ, ບົດບາດນຳພາຂອງອາເມລິກາ ຕໍ່ອົງການ ນາໂຕ ໄດ້ຊ່ວຍຮັບປະກັນຄວາມໝັ້ນຄົງໃຫ້ແກ່ອີຢູ ແລະ ຊຸກຍູ້ດ້ານປະຊາທິປະໄຕ ແລະ ວັດທະນາຖາວອນໃຫ້ແກ່ບັນດາປະເທດສຳພັນທະມິດເອີລົບ. ສ່ວນອີຢູ ກໍ່ມີບົດບາດສຳຄັນ ຊ່ວຍປັບປຸງ ແລະ ໜູນຊ່ວຍຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ການເມືອງຂອງອາເມລິກາ.
TAG
VOV/VOVworld/ອີຢູ-ອາເມລິກາ/ມະຫາສະໝຸດອັດລັງຕິກ/ທ່ານກຳມະການການຄ້າ/EU/Valdis Dombrovskis
Related








