ອີຢູ ຊຸກຍູ້ການພົວພັນຍຸດທະສາດໃໝ່ກັບ ຈີນ, ຍີ່ປຸ່ນ
25/07/2025 08:50
(VOVWORLD) - ໃນອາທິດຜ່ານມາ, ບັນດາການນຳສະຫະພາບ ເອີລົບ (ອີຢູ) ໄດ້ມີການເດີນທາງໄປປະຕິບັດງານສຳຄັນເຖິງ ອາຊີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງຕ່າງໆກັບ ຈີນ ແລະ ຍີ່ປຸ່ນ. ໃນສະພາບການທີ່ການພົວພັນກັບ ອາເມລິກາ ປະສົບກັບສິ່ງກີດຂວາງຫຼາຍຢ່າງ, ເລື່ອງຊຸກຍູ້ບັນດາສຳພັນທະມິດດ້ານເສດຖະກິດ, ການຄ້າ ແລະ ຄວາມໝັ້ນຄົງ ກັບບັນດາປະເທດມະຫາອຳນາດຢູ່ ອາຊີ ພວມນັບມື້ນັບມີຄວາມສຳຄັນຍຸດທະສາດກັບ ອີຢູ.
The 25th European Union - China Summit at the Great Hall of the People in Beijing, China, 24 July 2025. Photo: Andres Martinez Casares/REUTERS ການນຳສູງສຸດຂອງ ອີຢູ ແມ່ນທ່ານ Antonio Costa ປະທານສະພາ ເອີລົບ ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີລົບ ໄດ້ນຳໜ້າຄະນະຜູ້ແທນ ອີຢູ ເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ-ຍີ່ປຸ່ນ ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 23 ກໍລະກົດ ແລະ ກອງປະຊຸມສຸດຍອດ ອີຢູ-ຈີນ ຢູ່ ປັກກິ່ງ ປະເທດ ຈີນ ເມື່ອວັນທີ 24 ກໍລະກົດ.
TAG
VOV/VOVworld/ອີຢູ ຊຸກຍູ້ການພົວພັນຍຸດທະສາດໃໝ່ກັບ ຈີນ/ຍີ່ປຸ່ນມ ສັນຍາຮັກສາຂໍ້ມູນ ຍີ່ປຸ່ນ-ອີຢູ (JPIPA)/CPTPP/ທ່ານນາງ Ursula von der Leyen/ປະທານຄະນະກຳມະການ ເອີລົບ (EC)/
Related








