ອີນເຕີແນດ - ການຄຸ້ມຄອງໄປຄຽງຄູ່ກັບການສ້າງເງື່ອນໄຂເພື່ອພັດທະນາ
18/06/2012 10:10
ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຫາກໍ່ຍື່ນສະເຫນີຕໍ່ລັດຖະບານ ປະກາດໃຊ້ດຳລັດສະບັບໃຫມ່ ກ່ຽວກັບການຄຸ້ມຄອງ, ສະຫນອງ ແລະ ນຳໃຊ້ບໍລິການ ອີນເຕີແນດ ແລະ ເນື້ອໃນຂໍ້ມູນຂ່າວສານທາງເຄືອຂ່າຍ

(vovworld) - ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຫາກໍ່ຍື່ນສະເຫນີຕໍ່ລັດຖະບານ ປະກາດໃຊ້ດຳລັດສະບັບໃຫມ່ ກ່ຽວກັບການຄຸ້ມຄອງ, ສະຫນອງ ແລະ ນຳໃຊ້ບໍລິການ ອີນເຕີແນດ ແລະ ເນື້ອໃນຂໍ້ມູນຂ່າວສານທາງເຄືອຂ່າຍ. ນີ້ແມ່ນບັນດາຂໍ້ກຳນົດສອດຄ່ອງກັບກົດໝາຍຂອງ ຫວຽດນາມ ກໍຄືບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ເພື່ອປັບປຸງບັນດາການເຄື່ອນໄຫວສັງຄົມ, ໃນນັ້ນ ມີການນຳໃຊ້ ອີນເຕີແນດ, ເພື່ອຮັບປະກັນຄວາມສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຫລີກລ້ຽງ ບໍ່ປະໃຫ້ ອີນເຕີແນດ ຖືກສວຍໃຊ້ເຂົ້າໃນການປະຕິບັດບັນດາການກະທຳລະເມີດກົດໝາຍ, ຫລຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ທີ່ສົ່ງຜົນສະທ້ອນເຖິງວົງຄະນາຍາດ. ພາບປະກອບ:vietnamplus.vn ທັດສະນະຂອງຖະຊວງຖະແຫລງຂ່າວ ແລະ ສື່ສານ ເມື່ອຮຽບຮຽງຮ່າງດຳລັດ ບໍ່ພຽງແຕ່ຊ່ວຍໃຫ້ບັນດາອົງການຄຸ້ມຄອງລັດ ມີບັນດາຮາກຖານຄຸ້ມຄອງເທົ່ານັ້ນ ຫາກຍັງປະກອບສ່ວນສ້າງກອບກົດໝາຍໃຫ້ໝັ້ນຄົງກວ່າ. ແຜນຮ່າງດຳລັດສະບັບໃຫມ່ ອາດຈະປ່ຽນແປງຫລາຍຈຸດໃຫ້ເໝາະສົມກັບສະພາບການພັດທະນາຂອງບໍລິການ ອີນເຕີແນດ ແລະ ຂໍ້ມູນຂ່າວສານໃນອີນເຕີແນດ ປະຈຸບັນ ແລະ ກຳນົດການຄຸ້ມຄອງ, ສະຫນອງ, ນຳໃຊ້ບໍລິການ ອີນເຕີແນດ ຢ່າງຈະແຈ້ງກວ່າ. ດ້ວຍທ່າອ່ຽງແຫ່ງການພັດທະນາປະຈຸບັນ, ເລື່ອງຄຸ້ມຄອງ, ສະຫນອງ, ນຳໃຊ້ບໍລິການ ອີນເຕີແນດ ແລະ ຂໍ້ມູນຂ່າວສານທາງອີນເຕີແນດ ໃນຂອບເຂດການປັບປຸງຂອງແຜນຮ່າງດຳລັດ ບໍ່ພຽງແຕ່ສະເພາະຂົງເຂດ ອີນເຕີແນດ ເທົ່ານັ້ນ ຫາກຍັງລວມມີບັນດາບໍລິການໂທລະຄົມຄົງທີ່ ແລະ ເຄື່ອນທີ່. ໄປຄຽງຄູ່ກັບຂອບເຂດການດັດປັບ, ຍັງກຳນົດຢ່າງລະອຽດກ່ຽວກັບເນື້ອໃນຜ່ານເຄືອຂ່າຍໂທລະຄົມມະນາຄົມຄົງທີ່ ແລະ ເຄື່ອນທີ່ ກໍໄດ້ຮັບການສ້າງໃນຮ່າງດຳລັດສະບັບໃຫມ່ນີ້. ການສ້າງດຳລັດສະບັບໃຫມ່ດັ່ງກ່າວ ແມ່ນສືບຕໍ່ສ້າງກອບກົດໝາຍກ່ຽວກັບຂົງເຂດດັ່ງກ່າວໃຫ້ສົມບູບແບບ ເພື່ອສ້າງເງື່ອນໄຂໃຫ້ແກ່ ອີນເຕີແນດ, ພາຫະນະຖະແຫລງຂ່າວ, ສື່ສານ ຮັບໃຊ້ການພັດທະນາເສດຖະກິດສັງຄົມ. ທ່ານ Luu Vu Hai ຫົວຫນ້າກົມຄຸ້ມຄອງດ້ານກະຈາຍສຽງໂທລະພາບ ແລະ ສື່ເອເລັກໂຕນິກ, ສັງກັດກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມໄດ້ເນັ້ນຫນັກວ່າ:
TAG
ອີເຕີແນດ
Related








