VOV WorldVOV World
ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ກົງ​ຈັກລັດ, ສ້າງ​ປະ​ຖົມ​ປັດ​ໄຈ​ແກ່​ການ​ພັດ​ທະ​ນາ
23/07/2021 10:25
(VOVWORLD) -ໃນວາລະປະຊຸມຂອງຕອນເຊົ້າວັນທີ 23 ກໍລະກົດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັກສາໂຄງປະກອບຂອງລັດຖະບານໄວ້ຄືກັນກັບອາຍຸການສະພາແຫ່ງຊາດຊຸດທີ XV, ລວມມີ 18 ກະຊວງ, 4 ອົງການທຽບເທົ່າກະຊວງ. ສິ່ງດັ່ງກ່າວໄດ້ຮັບຖືວ່າມີຄວາມຈຳເປັນ ແລະ ຮັບປະກັນສະຖຽນລະພາບຂອງກົງຈັກເພື່ອໃຫ້ບັນດາພາກສ່ວນທັງໝົດຂອງລັດຖະບານ ສຸມໃສ່ການປະຕິບັດ “ເປົ້າໝາຍຄວບຄູ່”, ທັງຕ້ານໂລກລະບາດຢ່າງເດັດດ່ຽວຂ້ຽວຂາດ, ທັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການຜະລິດດຳເນີນທຸລະກິດ, ຟື້ນຟູພັດທະນາເສດຖະກິດ - ສັງຄົມ. ບັນດາຜົນງານທີ່ບັນລຸໄດ້ໃນການບໍລິຫານເສດຖະກິດ - ສັງຄົມ, ຕ້ານໂລກລະບາດໂຄວິດ - 19 ໃນ 6 ເດືອນຜ່ານມາຂອງ ລັດຖະບານ ຫວຽດນາມ ໄດ້ເປັນສ່ວນໃດໜຶ່ງທີ່ສະແດງໃຫ້ເຫັນປະສິດທິຜົນໃນການບໍລິຫານເສດຖະກິດ - ສັງຄົມຂອງລັດຖະບານ ຫວຽດນາມ.
ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ກົງ​ຈັກລັດ, ສ້າງ​ປະ​ຖົມ​ປັດ​ໄຈ​ແກ່​ການ​ພັດ​ທະ​ນາ
ສະມາຊິກສະພາແຫ່ງຊາດຈຳນວນ 470 ທ່ານ ເຫັນດີຮັບຮອງເອົາມະຕິວ່າດ້ວຍໂຄງປະກອບການຈັດຕັ້ງຂອງລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV (ພາບ: cand.com.vn)
TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ກົງ​ຈັກ​ລັດຖະ​ບານ/ໂຄງ​ປະ​ກອບ/ປະ​ຖົມ​ປັດ​ໄຈ