VOV WorldVOV World
ກາລະໂອກາດ ແລະ ສິ່ງທ້າທາຍຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາ
29/06/2018 08:59
(VOVWORLD) - ການປະຕິວັດອຸດສາຫະກຳ 4.0 ພວມນຳມາເຊິ່ງການປ່ຽນແປງຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງດ້ານວັດທະນະທຳ, ສັງຄົມ ຢ່າງຮອບດ້ານ ສຳລັບທຸກໆປະເທດອີກດ້ວຍ
ກາລະໂອກາດ ແລະ ສິ່ງທ້າທາຍຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາ
ຫວຽດນາມ ພວມເລີ່ມກ້າວເຂົ້າສູ່ໄລຍະແຫ່ງການພັດທະນາ ແລະ ເຊື່ອມໂຍງໃໝ່, ຕາມນັ້ນແລ້ວ, ການຫັນເປັນອຸດສາຫະກຳຕາມທິດທັນສະໄໝໄດ້ກຳນົດແມ່ນຈຸດສຸມຂອງຍຸດທະສາດການພັດທະນາແຫ່ງຊາດ. ເພື່ອຊອກຫາບັນດາຮູບແບບເສດຖະກິດໃໝ່ ແລະ ການບໍລິຫານໃນຍຸກສະໄໝດີຈີຕອນ, ຊຸກຍູ້ວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ນັ້ນ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືສາກົນ, ໃນນັ້ນ ໄດ້ເຂົ້າຮ່ວມບັນດາລະບອບລະບຽບການຮ່ວມມືພາກພື້ນ, ລະຫວ່າງພາກພື້ນເຊິ່ງເວທີປາໄສເສດຖະກິດໂລກ WEF ເປັນຕົວຢ່າງໜຶ່ງ. ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ກອງປະຊຸມ WEF – ASEAN ເຊິ່ງຈະດຳເນີນໃນເດືອນກັນຍາ ປີ 2018, ຢູ່ຮ່າໂນ້ຍ.         ການປະຕິວັດອຸດສາຫະກຳ 4.0 ພວມນຳມາເຊິ່ງການປ່ຽນແປງຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງດ້ານວັດທະນະທຳ, ສັງຄົມ ຢ່າງຮອບດ້ານ ສຳລັບທຸກໆປະເທດອີກດ້ວຍ. ສຳລັບ ຫວຽດນາມ ແລ້ວ, ການປະຕິວັດການຜະລິດໃໝ່ອາດຈະນຳມາໃຫ້ ຫວຽດນາມ ກາລະໂອກາດຫຼາຍຢ່າງເພື່ອຍູ້ໄວການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ພ້ອມກັນນັ້ນກໍ່ນຳມາເຊິ່ງບັນດາສິ່ງທ້າທາຍສຳລັບວິວັດແຫ່ງການພັດທະນາອີກດ້ວຍ.         ພ້ອມກັບບັນດາປະເທດໃນພາກພື້ນ ອາຊຽນ, ໃນຊຸມປີມໍ່ໆມານີ້, ລະດັບການພັດທະນາເສດຖະກິດຂອງ ຫວຽດນາມ ພວມໄດ້ຮັບການຕີລາຄາວ່າ ໄວ, ໂດຍບໍ່ຫົວຊາຕໍ່ບັນດາວິກິດການໃນໄລຍະຜ່ານມາ, ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຄືກັນກັບບັນດາປະເທດໃນພາກພື້ນ, ຫວຽດນາມ ຄວນກຳນົດວິໄສທັດໃໝ່ສຳລັບວິວັດການເຊື່ອມໂຍງ, ຊອກຮູ້ບັນດາຮູບແບບເສດຖະກິດໃໝ່ ແລະ ການບໍລິການໃນຍຸກສະໄໝດີຈີຕອນ, ຊອກຫາກຳລັງໜູນ ແລະ ບັນດາການດຳເນີນທຸລະກິດຮູບແບບໃໝ່ໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0.
TAG
VOV/VOVworld/WEF/ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ

More