VOV WorldVOV World
ການ​ໄປ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ການ​ຕ່າ​ງ​ປະ​ເທດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ
11/06/2021 07:30
(VOVWORLD) - ວັນທີ 9 ມິຖຸນາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເລີ່ມເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນມັງກອນຜ່ານມາ. ຈຸດໝາຍຂອງການເດີນທາງທີ່ແກ່ຍາວເປັນເວລາ 8 ວັນນີ້ ແມ່ນ ເອີຣົບ ດ້ວຍເຫດການສຳຄັນຫຼາຍຢ່າງ.
ການ​ໄປ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ການ​ຕ່າ​ງ​ປະ​ເທດ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ
  ດ້ວຍແຜນການໄປຢ້ຽມຢາມ ອັງກິດ, ແບນຊິກ ແລະ ສະວິດ ຕາມລຳດັບ, ການເດີນທາງໄປປະຕິບັດງານຢູ່ຕ່າງປະເທດໃນຄັ້ງນີ້ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ແມ່ນມີຫຼາຍຈຸດປະສົງ ແຕ່ຈຸດປະສົງສຳຄັນອັນດັບ 1 ແມ່ນປັບປຸງການພົວພັນຂ້າມອັດລັງຕິກ ທີ່ຖືກຊຸກໂຊມໃນສະໄໝຂອງທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ແລະ ສ້າງສາຍພົວພັນຄືນໃໝ່ກັບ ລັດເຊຍ.
TAG
VOV/VOVworld/Joe Biden/ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ/ອັງ​ກິດ/ແບນ​ຊິກ/ສະ​ວິດ