VOV WorldVOV World
ການ​ເຫຼື້ອມ​ໃສ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ: ແຫຼ່ງ​ບັນ​ດານ​ໃຈສ​້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ໃນ​ສັງ​ກາດ​ບຸກ​ບືນ
07/04/2025 16:00
(VOVWORLD) - ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ຫວຽດນາມ ແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ເຊິ່ງເປັນວັນບຸນສຳຄັນເພື່ອໃຫ້ປະຊາຊົນ ຫວຽດນາມ ອາໄລຫາຈາລຶກຄຸນງາມຄວາມດີໃນການສ້າງສາປະເທດຊາດຂອງບັນດາເຈົ້າຊີວິດຮຸ່ງ. ພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ ຍັງເປັນສັນຍາລັກຂອງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ, ຢັ້ງຢືນໃຫ້ເຫັນວ່າ ປະຊາຊົນ ຫວຽດນາມ ມີກົກເຄົ້າອັນດຽວກັນ. ນີ້ແມ່ນປັດໄຈທາງດ້ານຈິດໃຈທີ່ສຳຄັນເພື່ອສ້າງແຫຼ່ງກຳລັງແຮງສັງລວມໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນ.
ການ​ເຫຼື້ອມ​ໃສ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ: ແຫຼ່ງ​ບັນ​ດານ​ໃຈສ​້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ໃນ​ສັງ​ກາດ​ບຸກ​ບືນ
ພ້ອມກັບນ້ຳໃຈຮັກຊາດ, ຄວາມສາມັກຄີ ໄດ້ກາຍເປັນຄຳລະຫັດຂອງບັນດາໄຊຊະນະ, ຜົນສຳເລັດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ, ແມ່ນສັນຍາລັກຂອງຊາດ ຫວຽດນາມ.
TAG
VOV/VOVworld/ການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ/ສາ​ມັກ​ຄີ