VOV WorldVOV World
ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ
18/04/2025 05:07
(VOVWORLD) - ວັນທີ 16 ເມສາ, ອົງການການຄ້າໂລກ (WTO) ໄດ້ປະກາດບົດລາຍງານຕີລາຄາວ່າ ການຄ້າສິນຄ້າທົ່ວໂລກໃນປີນີ້ ໄດ້ຫລຸດລົງຢ່າງແຮງ ພ້ອມທັງກ່າວເຕືອນວ່າ ບັນດາການກະທົບໂດຍນະໂຍບາຍພາສີອາກອນຂອງ ອາເມລິກາ ອາດຈະພາໄປເຖິງການຊຸດໂຊມທີ່ຮ້າຍແຮງກ່ວາໝູ່ຂອງພື້ນຖານເສດຖະກິດໂລກ ນັບແຕ່ໄລຍະແຮງທີ່ສຸດໂລກລະບາດໂຕວິດ 19.
ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ
(ພາບປະກອບ: Reuters )    ບົດລາຍງານດ້ວຍຫົວຂໍ້ “ແງ່ຫວັງການຄ້າທົ່ວໂລກ ແລະບັນດາຂໍ້ມູນຕົວເລກ” ຂອງ WTO ໄດ້ຄາດວ່າ ການຄ້າສິນຄ້າທົ່ວໂລກຈະຫລຸດລົງ 0,2% ໃນປີນີ້ ຊື່ງແມ່ນລະດັບຫລຸດລົງຢ່າງແຮງ ເມື່ອທຽບກັບການຄາດຄະເນທີ່ໄດ້ຍົກອອກມາໃນເດືອນຕຸລາປີ 2024 ແມ່ນການເຕີບໂຕ 3%.
TAG
VOV/VOVworld/ການ​ຄ້າ​ທົ່ວ​ໂລກ​ມີ​ໄພ​ຫລຸດ​ລົງ​ຢ່າງ​ແຮງ​ຍ້ອນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພາ​ສີ​ອາ​ກອນ/ທ່ານ Ralph Ossa/ຫົວໜ້າຜູ້ຊ່ຽວຊານເສດຖະກິດຂອງ WTO/ທ່ານ Jerome Powell/ປະທານກົມສະສົມສະຫະລັດ ອາເມລິກາ/Fed/ທ່ານນາງ Pamela Coke-Hamilton/ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC)/