ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ: ອາເມລິກາ ເພີ່ມກຳລັງກົດດັນເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບ
25/04/2025 08:09
(VOVWORLD) - ໃນອາທິດຜ່ານມາ, ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ພວມເພີ່ມບັນດາການກະທຳທາງການທູດ ແລະ ການເມືອງ ແນໃສ່ກໍ່ກຳລັງກົດດັນ ບັງຄັບໃຫ້ຝ່າຍຕ່າງໆ ບັນລຸຂໍ້ຕົກລົງຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໂດຍໄວ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາການຜັນແປໃນຕົວຈິງສະແດງໃຫ້ເຫັນວ່າ ນີ້ແມ່ນເປົ້າໝາຍທີ່ບໍ່ງ່າຍດາຍ.

ເຂດໜຶ່ງຢູ່ນະຄອນຫຼວງ ກີແອບ ຖືກບຸກໂຈມຕີທາງອາກາດ ວັນທີ 24/4 (ພາບ: Reuters ) ວັນທີ 25 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ທ່ານໄດ້ຫຍັບມໍ່ເຂົ້າກັບເລື່ອງບັນລຸຂໍ້ຕົກລົງສັນຕິພາບກັບ ລັດເຊຍ ແລະ ຢູແກຼນ ແລ້ວ. ຖະແຫຼງການນີ້ ໄດ້ເຮັດໃຫ້ຄວາມຫວັງກ່ຽວກັບຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກ່ວາ 3 ປີຖືກຟື້ນຟູຄືນໃໝ່ ພາຍຫຼັງຖືກຈົນຕາແຈເປັນເວລາຍາວນານ.
TAG
VOV/VOVworld/ປະທານາທິບໍດີ ອາເມລິກາ Donald Trump/ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ/ທ່ານນັກຊ່ຽວຊານ James Nixey/ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio/ແຜນການຖອນຕົວ
Related








