VOV WorldVOV World
ການ​ພົບ​ປະ​ສຸດຍອດ ລັດ​ເຊ​ຍ - ອາ​ເມ​ລິ​ກາ: ກາ​ລະ​ໂອ​ກາດ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ
18/06/2021 07:47
(VOVWORLD) -ການພົບປະສຸດຍອດໂດຍກົງເປັນຄັ້ງທຳອິດ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ສະວິດ ແມ່ນເຫດການທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງສາກົນໃນຊຸມວັນຜ່ານມາ. ເຖິງວ່າການພົບປະຄັ້ງນີ້ ບໍ່ບັນລຸໄດ້ໝາກຜົນບຸກທະລຸຢ່າງໃຫຍ່ຫຼວງກໍຕາມ, ແຕ່ກໍເປັນການຮັບຮູ້ເຈດຕະນາດີ ເຊິ່ງທັງ ລັດເຊຍ ແລະ ອາເມລິກາ ຕ່າງກໍມີຄວາມປາດຖະໜາຢາກປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ດີຍິ່ງໆຂຶ້ນ. ບັນດາສັນຍານທີ່ຕັ້ງໜ້າໃນການພົບປະສຸດຍອດຄັ້ງນີ້ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອປັບປຸງສາຍພົວພັນລະຫວ່າງສອງຝ່າຍ ເຊິ່ງຕົກເຂົ້າສູ່ສະພາບເຄັ່ງຕຶງໃນເວລາຍາວນານ.
ການ​ພົບ​ປະ​ສຸດຍອດ ລັດ​ເຊ​ຍ - ອາ​ເມ​ລິ​ກາ: ກາ​ລະ​ໂອ​ກາດ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ
ນີ້ບໍ່ພຽງແຕ່ແມ່ນຄັ້ງທຳອິດ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ພົບປະກັບທ່ານ Vladimir Putin ແຕ່ນີ້ແມ່ນກອງປະຊຸມສຸດຍອດທຳອິດ ລະຫວ່າງການນຳສອງປະເທດ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.  ການພົບປະລະຫວ່າງການນຳສອງປະເທດ ຖືກຈັດຂຶ້ນຢູ່ ເຊີແນວ ແລະ ໄດ້ດຳເນີນໃນເວລາເກືອບ 4 ຊົ່ວໂມງ, ເຖິງວ່າຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງກໍຕາມ, ແຕ່ສອງຝ່າຍໄດ້ມີການປຶກສາຫາລືຢ່າງກົງໄປກົງມາ, ພ້ອມກັນນັ້ນ ກໍຊອກໄດ້ໂອກາດຮ່ວມມືໃນບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.
TAG
VOV/VOVworld/​ປະ​ທາ​ນາ​ທິ​ບໍ​ດີ/ລັດ​ເຊຍ/ອາ​ເມ​ລິ​ກາ/ພົບ​ປະ