VOV WorldVOV World
ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່
02/10/2020 09:11
(VOVWORLD) - ວັນທີ 01 ຕຸລາ, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໄດ້ຕົກລົງສົ່ງແຈ້ງການຢ່າງເປັນທາງການໄປໃຫ້ ອັງກິດ, ເຊິ່ງເປັນຂັ້ນຕອນທຳອິດຂອງລະບຽບການດ້ານນິຕິກຳ, ຍ້ອນວ່າ ປະເທດນີ້ລະເມີດບັນດາມາດຕະການຂອງຂໍ້ຕົກລົງຖອນຕົວອອກຈາກ ອີຢູ. ເລື່ອງເລີ່ມດຳເນີນບັນດາລະບຽບການດ້ານນິຕິກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງໃນການພົວພັນລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ທີ່ກ່ຽວຂ້ອງເຖິງເລື່ອງອັງກິດ ຖອນຕົວອອກຈາກ ອີຢູ ນັ້ນ ແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ ເຊິ່ງເປັນສັນຍານບົ່ງບອກໃຫ້ຮູ້ກ່ຽວກັບໄລຍະຄວາມເຄັ່ງຕຶງໃໝ່ໃນການພົວພັນສອງຝ່າຍ.
ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່
ສາຍເຫດຂອງບັນຫາແມ່ນ ອັງກິດ ບໍ່ເອົາບັນດາມາດຕາທີ່ກໍ່ການໂຕ້ຖຽງກັນອອກຈາກ ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ເຊິ່ງເປັນຮ່າງກົດໝາຍທີ່ຄອບງຳເຖິງບັນດາຂໍ້ຕົກລົງດ້ານການການຄ້າ ພາຍຫຼັງ Brexit ພາຍໃນປະເທດນີ້. ເລື່ອງ ສະພາຕ່ຳ ອັງກິດ ໃຫ້ສັດຕະຍາບັນຮ່າງກົດໝາຍສະບັບດັ່ງກ່າວໃນວັນທີ 29 ກັນຍາ ຜ່ານມາ ໄດ້ຮັບຖືວ່າ ແມ່ນລະເມີດຂໍ້ຕົກລົງລະຫວ່າງ ລອນດອນ ກັບ ສະຫະພາບເອີຣົບ (ອີຢູ), ຊ້ຳບໍ່ໜຳ, ຕາມທ່ານນາງປະທານຄະນະກຳມະການເອີຣົບແລ້ວ, ສິ່ງດັ່ງກ່າວແມ່ນລະເມີດກົດໝາຍສາກົນ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດໜ້ອຍຖອຍລົງ ອີກດ້ວຍ. ທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen   
TAG
VOV/VOVworld/ຂໍ້​ຕົກ​ລົງ/ຮ່າງ​ກົດ​ໝາຍ/ລາ​ຊະ​ອາ​ນາ​ຈັກ ອ​ັງ​ກິດ/ເຄັ່ງ​ຕຶງ

More