VOV WorldVOV World
ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ: ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ
22/06/2021 07:25
(VOVWORLD) -ການພົບປະຂັ້ນສູງຄັ້ງທຳອິດລະຫວ່າງປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງອາເມລິກາ, ທ່ານ Joe Biden ໄດ້ສິ້ນສຸດລົງເມື່ອອາທິດຜ່ານມາຢູ່ ເຊີແນວ ປະເທດສະວິດ. ໝາກຜົນຂອງການພົບປະໄດ້ຮັບການວິເຄາະໃນຫຼາຍແງ່ມູມ ແຕ່ກໍ່ມີລາຍລະອຽດທີ່ໜ້າບໍ່ຄາດຄິດ ນັ້ນແມ່ນການນຳສອງປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັກສາສະຖຽນລະພາບຍຸດທະສາດ. ຫາງສຽງຕີລາຄາວ່າ ສິ່ງນີ້ ເປັນການຜັນແປທີ່ບໍ່ພຽງແຕ່ໄດ້ທຳລາຍສິ່ງກີດຂວາງໃນການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຮັກສາ ສະຖຽນລະພາບຍຸດທະສາດຢູ່ໃນໂລກອີກດ້ວຍ.
ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ: ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ
    ປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີອາເມລິກາ Joe Biden ຢູ່ເຊີແນວ-ສະວິດ ເມື່ອວັນທີ 16/6 (ພາບ: AP)  ຕາມການຕີລາຄາຂອງທັງສອງຝ່າຍແລ້ວ, ການພົວພັນລະຫວ່າງ ລັດເຊຍ-ອາເມລິກາ ໄດ້ຖືກຊຸດໂຊມໃນຫຼາຍປີ ແລະ ປະຈຸບັນ ພວມໃນສະພາບການທີ່ຮ້າຍແຮງທີ່ສຸດ. ບັນດາຂອດການພົບປະກັນ ຖືກຢຸດຕິເກືອບຄືວ່າ ໃນທຸກບັນຫາສົມທົບກັນເຄື່ອນໄຫວສອງຝ່າຍ. ໃນສະພາບການນັ້ນ, ສອງຝ່າຍພ້ອມແລ້ວທີ່ຈະເຈລະຈາ ເພື່ອບັນລຸໄດ້ຄວາມສະຖຽນລະພາບຍຸດທະສາດ ຊື່ງແມ່ນໜຶ່ງໃນບັນດາໝາກຜົນທີ່ໜ້າສົນໃຈທີ່ສຸດ ທີ່ການພົບປະຂັ້ນສູງລັດເຊຍ-ອາເມລິກາ ຢູ່ເຊີແນວ.
TAG
VOV/VOVworld/​ລັດ​ເຊຍ-ອາ​ເມ​ລິ​ກາ/ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ/ວິຊິງຕັນ/ມົດສະກູ/Joe Biden/Vladimir Putin