ການຮ່ວມມື CLMV - ຊອກຫາມາດຕະການຟື້ນຟູເສດຖະກິດ
14/09/2021 06:30
(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 13 (CLMV EMM 13) ຫາກໍດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງອອນລາຍ ໂດຍ ມຽນມາ ເປັນປະທານ. ໃນສະພາບການບັນດາປະເທດ ອາຊຽນ ພວມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, CLMV EMM 13 ໄດ້ກາຍເປັນຊ່ອງໜູນຊ່ວຍທີ່ສຳຄັນ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ວິວັດທະນາການນີ້.

ກົນໄກຮ່ວມມື CLMV ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2003. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຮັບມືກັບຄວາມຕ້ອງການພາວະວິໄສຂອງການເຊື່ອມໂຍງອະນຸພາກພື້ນ ແມ່ນ້ຳຂອງ ແລະ ອາຊຽນ. ການຮ່ວມມື CLMV ໄດ້ເລີ່ມມາຈາກແນວຄວາມຄິດຮັດແຄບໄລຍະຫ່າງພັດທະນາ ແນໃສ່ຊຸກຍູການເຊື່ອມໂຍງຂອງບັນດາປະເທດ CLMV ເຂົ້າໃນວິວັດການພັດທະນາລວມຂອງພາກພື້ນ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 13 ແບບທາງໄກ (ພາບ: TTXVN) ການຮ່ວມມື CLMV ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຮ່ວມມືຂອງບັນດາປະເທດ CLMV ທີ່ມີຢູ່ແລ້ວ, ພ້ອມທັງແມ່ນຊ່ອງຮຽກຮ້ອງການໜູນຊ່ວຍຂອງບັນດາປະເທດ ອາຊຽນ ອື່ນ ແລະ ບັນດາຄູ່ຮ່ວມມືພັດທະນາ ໃຫ້ແກ່ບັນດາປະເທດ CLMV. ການຮ່ວມມື CLMV ກໍແມ່ນເວທີປາໄສເພື່ອໃຫ້ບັນດາປະເທດ CLMV ສົມທົບຫຼັກໝັ້ນປະກອບສ່ວນປົກປ້ອງຜົນປະໂຫຍດຂອງບັນດາປະເທດດັ່ງກ່າວ ໃນວິວັດທະນາການເຊື່ອມຕໍ່ເສດຖະກິດ ອາຊຽນ, ກໍຄື ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືອື່ນໆ (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ). 6 ຂົງເຂດຮ່ວມມືຂອງ CLMV, ລວມມີ: ການຄ້າ ແລະ ການລົງທຶນ; ກະສິກຳ; ອຸດສາຫະກຳ ແລະ ພະລັງງານ; ການຄົມມະນາຄົມ; ການທ່ອງທ່ຽວ; ພັດທະນາແຫຼ່ງຊັບພະຍາກອນມະນຸດ.
TAG
VOV/VOVworld/CLMV/ຮ່ວມມື/ຟື້ນຟູເສດຖະກິດ/ອາຊຽນ
Related








